ມະຫາວິທະຍາໄລ ຊູໂຈ ລາວ ຈັດກິດຈະກໍາປູກຕົ້ນໄມ້

    ມະຫາວິທະຍາໄລ ຊູໂຈ ລາວ ຈັດກິດຈະກໍາປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຫົວຂໍ້ “ປ່າໄມ້ມິດຕະພາບ ໜຶ່ງແລວໜຶ່ງເສັ້ນທາງ” ທີ່ເດີ່ນວິທະຍາເຂດໃໝ່ຂອງມະຫາວິທະຍາໄລ ຊູໂຈ ລາວ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນອາທິດຜ່ານມາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວຽງ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ຜູ້ປະຈໍາການ ມີພະນັກງານ-ຄູອາຈານ ຕາງໜ້າອະດີດນັກສຶກສາມະຫາວິທະຍາໄລ ຊູໂຈ ຈີນ ແຕ່ຮຸ່ນປີ 2008 ອະດີດນັກສຶກສາມະຫາວິທະຍາໄລ ຊູໂຈ ລາວ ແຕ່ປີ 2012 ຕະຫຼອດຮອດນັກສຶກສາທີ່ພວມສຶກສາຢູ່ທັງລາວ ແລະ ຈີນ.

    ພິທີດັ່ງກ່າວ ທ່ານ ພູວຽງ ແກ້ວມະນີ ກ່າວວ່າ ການຈັດກິດຈະກໍາໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທັງເປັນການສ້າງບັນຍາກາດ ແລະ ຮັດແໜ້ນຄວາມສາມັກຄີພາຍໃນ ລະຫວ່າງອະດີດນັກສຶກສາ ແລະ ນັກສຶກສາທີ່ພວມສຶກສາຢູ່ໃນທຸກປີຮຽນ ໃຫ້ໄດ້ມີໂອກາດພົບປະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສ້າງຄວາມຜູກພັນລະຫວ່າງນັກສຶກສາ ແລະ ມະຫາວິທະຍາໄລໃຫ້ຍືນຍາວຕະຫຼອດໄປ ໃຫ້ສົມກັບຫົວຂໍ້ທີ່ວ່າ: “ປ່າໄມ້ມິດຕະພາບ ໜຶ່ງແລວ ໜຶ່ງເສັ້ນທາງ” ການພັດທະນາການສຶກສາ ຕ້ອງຄຽງຄູ່ໄປກັບການປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດໃຫ້ມີຄວາມຂຽວສົດງົດງາມ ຊຸ່ມຊື່ນ ແລະ ອຸດົມສົມບູນ ເພື່ອອະນາຄົດທີ່ແຈ່ມໃສຂອງລູກຫຼານ ຕົ້ນໄມ້ທີ່ນໍາມາປູກຄັ້ງນີ້ ມີ ຕົ້ນໄມ້ດູ່ ແລະ ຕົ້ນໝາກມ່ວງ 25 ຕົ້ນ ຕົ້ນໄມ້ທີ່ປູກແຕ່ລະຕົ້ນ ຈະມີປ້າຍເຫຼັກທີ່ສະຫຼັກຊື່ປີຮຽນ ແລະ ລາຍຊື່ນັກສຶກສາຂອງຮຸ່ນທໍາອິດຈົນຮອດຮຸ່ນທີ 25 ຫ້ອຍໄວ້ ເພື່ອເປັນທີ່ລະນຶກໃຫ້ແກ່ນັກສຶກສາແຕ່ລະຮຸ່ນ.

    ນອກຈາກນີ້ ທ່ານ ປອ ນາງ ສຸກເກສອນ ໄຊສົມພູ ຕາງໜ້າອະດີດນັກສຶກສາລາວຊຸດທໍາອິດຂອງມະຫາວິ ທະຍາໄລ ຊູໂຈ ຈີນ ກ່າວວ່າ ການປູກຕົ້ນໄມ້ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍໆຢ່າງ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດເທົ່ານັ້ນ ແຕ່ມັນຍັງເປັນຕົ້ນໄມ້ທີ່ຈະເພີ່ມສີຂຽວໃຫ້ແກ່ວິທະຍາເຂດຂອງມະຫາວິທະຍາໄລທີ່ມາສ້າງຕັ້ງສາຂາຢູ່ ສປປ ລາວ ແລະ ໄດ້ສ້າງເປັນທີ່ລະນຶກຂອງຕົນຢູ່ທີ່ວິທະຍາເຂດແຫ່ງນີ້ ມິດຕະພາບຂອງອະດີດນັກສຶກສາມະຫາວິທະຍາໄລ ຊູໂຈ ກໍຈະຄົງຄວາມແຂງແກ່ນ ຈະເລີນຂຽວງາມ ແລະ ເພີ່ມຄຸນຄ່າໃນຕົນຍິ່ງໆຂຶ້ນ ເໝືອນກັບຕົ້ນໄມ້ທີ່ພວກເຮົາໄດ້ພ້ອມກັນປູກໃນມື້ນີ້.

.

# ຂ່າວ – ພາບ: ອົ່ນ ໄຟສົມທອງ

error: Content is protected !!