ປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງ ລັດຖະບານລາວ ກໍຄືຕ່າງປະເທດ ໂດຍສະເພາະ ປະເທດເພື່ອບ້ານໃກ້ຄຽງ ໄດ້ເປີດປະເທດໃນການເຂົ້າ-ອອກປະເທດຄືນໃໝ່ ສຳລັບ ສປປ ລາວ ແມ່ນເລີ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ເຊິ່ງເຮັດໃຫ້ມີປະຊາ ຊົນຈໍານວນຫຼວງຫຼາຍຕ້ອງການເດີນທາງໄປຕ່າງປະເທດ ອັນເປັນເຫດເຮັດໃຫ້ປະຊາຊົນເດີນທາງມາຈາກຕ່າງແຂວງຈຳນວນຫຼວງຫຼາຍ ມາຍື່ນຄຳຮ້ອງຂໍໜັງສືຜ່ານແດນຢູ່ກົມກົງສຸນທີ່ນະຄອນຫຼວຽງຈັນ ຈຶ່ງເກີດມີສະພາບຄວາມອັ່ງອໍຂອງປະຊາຊົນເປັນຈຳນວນຫຼາຍ ດັ່ງທີ່ເຫັນເປັນຂ່າວໃນສື່ອອນລາຍໄລຍະຜ່ານມານັ້ນ.
ຈາກສະພາບການທີ່ເກີດຂຶ້ນນັ້ນ ທາງກົມກົງສຸນ ກະຊວງການຕ່າງປະເທດ ຈຶ່ງໄດ້ອອກມາສະແດງຄວາມຂໍໂທດ ແລະ ຂໍອະໄພມາຍັງປະຊາຊົນທີ່ມາໃຊ້ບໍລິການ ທີ່ທາງກົມກົງສຸນບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງທຸກຄົນ ອັນເນື່ອງມາຈາກກະແສການຫຼັ່ງໄຫຼຂອງປະຊາຊົນເປັນຈຳນວນຫຼວງ ຫຼາຍ ມາຍື່ນຄຳຮ້ອງຢູ່ ນວ ເຊິ່ງມີປະລິມານທີ່ເກີນຂີດຄວາມສາມາດຮັບຮອງຕົວຈິງທາງດ້ານເຕັກນິກ ແລະ ບຸຄະລາກອນຂອງທາງກົມກົງສຸນທີ່ມີຈຳກັດ.
ທ່ານ ສີສຸພັນ ມະນີວັນ ຮອງຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການເຮັດໜັງສືຜ່ານແດນຂອງພົນລະເມືອງລາວ ໃນວັນທີ 14 ມິຖຸນາ 2022 ທີ່ກະຊວງການຕ່າງປະເທດ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄລຍະ 2 ປີກ່ວາມານີ້ ມີພົນລະເມືອງລາວໄດ້ເດີນທາງກັບຄືນປະເທດມີຈຳນວນຫຼາຍ ອີງຕາມຂໍ້ມູນຈາກຝ່າຍກ່ຽວ ຂ້ອງ ໃຫ້ຮູ້ວ່າ ໃນປີ 2021 ພຽງປີດຽວ ມີຈໍານວນເຖິງ 68.494 ຄົນ ແລະ ປະມານເກີນ 80% ຂອງຈໍານວນດັ່ງກ່າວ ແມ່ນພົນລະເມືອງລາວທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ ພາຍຫຼັງລັດຖະບານມີແຈ້ງການເປີດປະເທດ ແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ພວກເຮົາສັງເກດໄດ້ວ່າ ຈໍານວນປະຊາຊົນທີ່ມາຂໍເຮັດໜັງສືຜ່ານແດນແມ່ນມີຈຳນວນສູງຂຶ້ນ ແລະ ບວກກັບຫຼາຍປະເທດກໍໄດ້ຫຼຸດຜ່ອນມາດຕະການຕ່າງໆ ໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫຼາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນຫຼັ່ງໄຫຼມາຂໍໜັງສືຜ່ານແດນມີຈຳນວນເພີ່ມຂຶ້ນຫຼາຍ ແລະ ມີລັກສະນະຮີບດ່ວນ ເຊິ່ງທາງກົມກົງສຸນກໍໄດ້ລົງເກັບກຳຂໍ້ມູນ ເພື່ອຊອກຮູ້ສາເຫດທີ່ເຮັດໃຫ້ມີສະພາບປະຊາຊົນມາອັ່ງອໍກັນຢູ່ກົມກົງສຸນຢູ່ ນວ ດັ່ງນີ້:ປະຊາຊົນຈຳນວນຫຼາຍ ມີຄວາມຕ້ອງການນຳໃຊ້ໜັງສືຜ່ານແດນເພື່ອກັບຄືນໄປອອກແຮງງານຢູ່ປະເທດໃກ້ຄຽງ ໃນສອງສາມປີມານີ້ ນັກສຶກສາທີ່ຈົບຊັ້ນມັດທະຍົມປາຍມີຈໍານວນຫຼາຍ ບໍ່ສາມາດເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດໄດ້ ແລະ ມາເຖິງປັດຈຸບັນ ເຂົາເຈົ້າກໍຂຸ້ນຂ້ຽວຕ້ອງການໜັງສືຜ່ານແດນ ເພື່ອປະກອບເອກະສານສະໝັກເອົາທຶນສຶກສາຕໍ່ຢູ່ຕ່າງປະເທດ ປະຊາຊົນຈຳນວນຫຼາຍ ມີຄວາມເຂົ້າໃຈວ່າ ຖ້າມາຍື່ນຄໍາຮ້ອງຢູ່ ນວ ຈະໄດ້ຮັບໜັງສືຜ່ານແດນໄວ ເຊິ່ງຄວາມຈິງ ໂດຍປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ການອອກໜັງສືຜ່ານແດນຢູ່ ນວ ມີກຳນົດເວລາ 7 ວັນລັດຖະການ ແລະ ຢູ່ຕ່າງແຂວງແມ່ນ 10 ວັນລັດຖະການ.
ຈາກສະພາບການທີ່ມີຄວາມຕ້ອງສູງໃນການນຳໃຊ້ໜັງສືຜ່ານແດນ ເຮັດໃຫ້ເກີດມີກຸ່ມຄົນສວຍໂອກາດຈຳນວນໜຶ່ງ ໜູນໃຊ້ສະພາບການດັ່ງກ່າວນີ້ ຫາຜົນປະໂຫຍດໃຫ້ແກ່ຕົນ ໂດຍໄປໂຄສະນາໃຫ້ປະຊາຊົນຢູ່ແຂວງຕ່າງໆ ວ່າສາມາດພາໄປເຮັດໜັງສືຜ່ານແດນຢູ່ ນວ ໄດ້ໄວ ໂດຍຮຽກເກັບຄ່າລົດ-ຄ່າພັກເຊົາ ແລະ ຄ່າບໍລິການພາໄປເຮັດ ແລະ ອື່ນໆອີກ ເກີດມີກຸ່ມຄົນຈຳນວນໜຶ່ງ ທີ່ອ້າງຕົນເອງວ່າເປັນນາຍໜ້າອາສາພາແລ່ນເອກະສານຕ່າງໆ ແລະ ຮັບຈ້າງມາຢືນລໍຖ້າຄິວ ເພື່ອເຂົ້າຍື່ນເອກະສານໃຫ້ແທນກັນ ແລະ ຮຽກເກັບເງິນນຳປະຊາຊົນ ຈາກສາເຫດທີ່ກ່າວມາຂ້າງເທິງນັ້ນ ແລະ ເຖິງວ່າພວກເຮົາຈະມີຄວາມພ້ອມດ້ານລະບົບອອກໜັງສືຜ່ານແດນທີ່ທັນສະໄໝກໍຕາມ ແຕ່ບັນຫາທີ່ປະຊາຊົນຈາກທຸກແຂວງເປັນຈຳນຫຼວງຫຼາຍ ພ້ອມພາກັນມາຍື່ນຄໍາຮ້ອງຂໍໜັງສືຜ່ານແດນຢູ່ກົມກົງສຸນຈຸດດຽວ ເຊິ່ງມີຈຳນວນທີ່ເກີນຄວາມອາດສາມາດຕົວຈິງ ທີ່ພວກເຮົາຈະສາມາດຮັບບໍລິການໄດ້ໃນແຕ່ລະວັນ ຈຶ່ງເກີດມີສະພາບແອອັດ ແລະ ຄວາມບໍ່ພໍໃຈຂອງຜູ້ມາຍື່ນຄຳຮ້ອງ ດັ່ງທີ່ປາກົດຕາມສື່ສັງຄົມອອນລາຍນັ້ນ.
ຕໍ່ກັບສະພາບການດັ່ງກ່າວ ກົມກົງສຸນ ກະຊວງການຕ່າງປະເທດ ກໍຮັບຮູ້ໄດ້ບັນຫາ ແລະ ບໍ່ໄດ້ເສີຍເມີຍ ພ້ອມທັງໄດ້ຄົ້ນຄ້ວາເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆເພື່ອຮອງຮັບ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນັ້ນ ຈຶ່ງຂໍແຈ້ງໃຫ້ຊາບວ່າ: ນອກຈາກຢູ່ກົມກົງສຸນທີ່ ນວ ພວກເຮົາຍັງມີສູນຮັບຄໍາຮ້ອງຂໍໜັງສືຜ່ານແດນຢູ່ແຂວງອຸດົມໄຊ ຊຽງຂວາງ ໄຊຍະບູລີ ຄຳມ່ວນ ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃນໄລຍະນີ້ ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫຼົ່ານີ້ ຫຼື ຢູ່ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການຫຼຸດຜ່ອນຄວາມແອອັດຂອງປະຊາຊົນຢູ່ນະຄອນຫຼວງວຽງຈັນ ແລະ ຂໍໃຫ້ມີສະຕິຢ່າຫຼົງເຊື່ອບັນດານາຍໜ້າທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫຼື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກໜັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ ນວ (ເຈົ້າໜ້າທີ່ຈະພິຈາລະນາອໍານວຍຄວາມສະດວກອອກດ່ວນ ໃຫ້ສະເພາະກໍລະນີສຸກເສີນເຊັ່ນ: ຄົນເຈັບທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນ ໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງໝໍເທົ່ານັ້ນ).
ຂໍໃຫ້ປະຊາຊົນມາຍື່ນຄຳຮ້ອງດ້ວຍຕົນເອງ ມີບັນຫາທາງດ້ານເອກກະສານ ກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການຂອງພວກເຮົາໄດ້ ເຊິ່ງຈະເປັນຜູ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ບັນດາທ່ານ ຜ່ານມາພວກເຮົາກໍສັງເຫດເຫັນວ່າມີຫຼາຍຄົນໄປປຶກສານໍານາຍໜ້າຢູ່ແຄມທາງ ໃນການປະກອບເອກະສານຕ່າງໆ ສຸດທ້າຍກໍບໍ່ມີຄວາມຖືກຕ້ອງ ແລະ ຕ້ອງໄດ້ເຮັດຄືນອີກຫຼາຍຄັ້ງຈຶ່ງຖືກຕ້ອງ ເຊິ່ງເຫັນວ່າເປັນຊ່ອງວ່າງໃຫ້ນາຍໜ້າຮຽກເອົາເງິນຄ່າແລ່ນເອກະສານຂອງພວກທ່ານໄປໂດຍໄຮ້ເຫດຜົນ.
# ຂ່າວ – ພາບ : ຊີລິການດາ