ວັນທີ 13 ມິຖຸນາ 2022 ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ຖະແຫຼງຂ່າວໃຫ້ຮູ້ວ່າ: ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ (ທຫລ) ຈະໄດ້ເປີດຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 1 ໃນວົງເງິນຈຳໜ່າຍທັງໝົດ 5.000.000.000.000 ກີບ (ຫ້າພັນຕື້ກີບ).
ຈຸດປະສົງໃນການອອກພັນທະບັດ ທຫລ ສະກຸນເງິນກີບໃນຄັ້ງນີ້ ແມ່ນເພື່ອໃຫ້ທຸກຊັ້ນຄົນໃນສັງຄົມໄດ້ມີໂອກາດລົງທຶນໃນປະເພດຫຼັກຊັບທີ່ມີຄວາມໝັ້ນຄົງ ແລະ ປອດໄພທີ່ສຸດ ແລະ ໃຫ້ຜົນຕອບແທນທີ່ດີ ພ້ອມທັງເປັນການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະກອບສ່ວນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ເພື່ອໃຫ້ບັນລຸໄດ້ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເງິນຕາຂອງປະເທດເຮົາ.
ການຈຳໜ່າຍພັນທະບັດ ທຫລ ໃນຄັ້ງນີ້ ໄດ້ດຳເນີນຜ່ານທະນາຄານທຸລະກິດ 9 ແຫ່ງທີ່ເປັນທະນາຄານຕົວແທນຈຳໜ່າຍຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທະນາຄານພັດທະນາລາວ ທະນາຄານ ສົ່ງເສີມກະສິກຳ ທະນາຄານຮ່ວມພັດທະນາ ທະນາຄານພົງສະຫວັນ ທະນາຄານເອສທີ ທະນາຄານ BIC ທະນາຄານຮ່ວມທຸລະກິດລາວ-ຫວຽດ ທະນາຄານອຸດສາຫະກຳ ແລະ ການຄ້າຈີນ (ICBC).
ພັນທະບັດທະນາຄານແຫ່ງ ສປປ ລາວ ທີ່ອອກຈຳໜ່າຍ ມີຮູບແບບເອເລັກໂຕຣນິກ (ບໍ່ເປັນພັນທະບັດໃບເຈ້ຍ, Script less) ທີ່ມີການເກັບຮັກສາໄວ້ນຳສູນຮັບຝາກຫຼັກຊັບຂອງຕະຫຼາດຫຼັກຊັບລາວ ຜູ້ຊື້ພັນທະບັດ ຈະໄດ້ຮັບໃບຢັ້ງຢືນການຖືຄອງພັນທະບັດ ຫຼື ເອີ້ນວ່າ (BOL Bill Certificate) ຈາກທະນາຄານທຸລະກິດທີ່ເປັນຕົວແທນຈຳໜ່າຍ (ແບບຕົວຢ່າງໄດ້ຄັດຕິດມາພ້ອມນີ້) ມີອາຍຸຄົບກໍານົດ 6 ເດືອນ ບໍ່ສາມາດປ່ຽນມືໄດ້ ອັດຕາດອກເບ້ຍ 20% ຕໍ່ປີ ຊຳລະດອກເບ້ຍ ແລະ ຕົ້ນທຶນຄັ້ງດຽວ ເມື່ອຄົບກຳນົດອາຍຸໄຖ່ຖອນ ມູນຄ່າຈຳໜ່າຍພັນທະບັດຕ່ຳສຸດແມ່ນ 100.000 ກີບ (ໜຶ່ງແສນກີບ) ບຸກຄົນສາມາດຊື້ໄດ້ສູງສຸດບໍ່ເກີນ 2.000.000.000 ກີບ (ສອງຕື້ກີບ) ນິຕິບຸກຄົນ ສາມາດຊື້ໄດ້ສູງສຸດບໍ່ເກີນ 10.000.000.000 ກີບ (ສິບຕື້ກີບ) ຜູ້ມີເງື່ອນໄຂຊື້ພັນທະບັດ ແມ່ນບຸກຄົນ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລຳເນົາຢູ່ ສປປ ລາວ ນັບແຕ່ 1 ປີຂື້ນໄປ ບໍ່ອະນຸຍາດໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ ທີ່ເຄື່ອນໄຫວທຸລະກິດຢູ່ ສປປ ລາວ ຊື້ພັນທະບັດດັ່ງກ່າວ. ໄລຍະເວລາຈຳໜ່າຍພັນທະບັດ ທຫລ ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ ຕາມເວລາໃຫ້ບໍລິການຂອງທະນາຄານທຸລະກິດ ທີ່ເປັນຕົວແທນຈຳໜ່າຍຢູ່ທຸກສາຂາ ແລະ ໜ່ວຍບໍລິການຂອງທະນາຄານຕົວແທນໃນຂອບເຂດທົ່ວປະເທດ.
.# ຂ່າວ – ພາບ: ຂັນທະວີ