ສະພາ ພິຈາລະນາການສະເໜີດັດແກ້ຄາດໝາຍດ້ານເງິນຕາຂອງລັດຖະບານ

    ສະພາແຫ່ງຊາດ ໄດ້ພິຈາລະນາຄົ້ນຄວ້າການສະເໜີຂໍດັດແກ້ຕົວເລກຄາດໝາຍດ້ານເງິນຕາຂອງລັດຖະບານ ເນື່ອງຈາກລັດຖະບານພວມພົບກັບບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ໂດຍເພາະ ສະພາບເສດຖະກິດໂລກທີ່ຜັນຜວນຢ່າງຮຸນແຮງ ທີ່ຈະສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດຂອງລັດຖະບານໃນປີ 2022 ​ນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້.

    ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ການຂໍດັດແກ້ຕົວເລກຄາດໝາຍເສດຖະກິດມະຫາພາກແຜນການປີ 2022 ຂອງລັດຖະບານ ເພື່ອມາສະເໜີໃຫ້ສະມາຊິກສະພາແຫ່ງຊາດປະກອບຄໍາຄິດເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້ ບັນຫາສໍາຄັນແມ່ນການສະເໜີດັດແກ້ຄາດໝາຍດ້ານອັດຕາແລກປ່ຽນ ຈາກການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5% ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ສາມາດຮັບປະກັນການປະຕິບັດຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ ການສະເໜີຂໍດັດແກ້ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ “ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ມາເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍດ້ານອັດຕາເງິນເຟີ້ ຈາກ “ຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 12%”. ສ່ວນເບື້ອງຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີຕໍ່ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະຕິບັດໃນ 6 ເດືອນທ້າຍປີ ໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນສະລໍໄວ້ກ່ອນ ທັງນີ້ ກໍເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ ທັງເປັນວິທີປະຢັດມັດທະຍັດໃນສະພາບທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບ ລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ໂດຍຈໍາແນກເປັນແຕ່ລະສິນຄ້າ ທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຫຼາຍາຍຂຶ້ນ.

.

# ຂ່າວ – ພາບ: ລັດເວລາ

error: Content is protected !!