ປະກາດລຸລ່ວງ ໃຫ້ນາຍທະຫານກຽມຮັບອຸດໜູນບໍານານ

    ວັນທີ 10 ມິຖຸນາ 2022 ຜ່ານມາ ວິທະຍາຄານກົມມະດຳ ໄດ້ລຸລ່ວງໃຫ້ນາຍທະຫານອອກພັກການກຽມຮັບອຸດໜູນບໍານານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ເລຂາຄະນະພັກ ຫົວຫນ້າການເມືອງ ວິທະຍາຄານກົມມະດຳ ມີບັນດາຄະນະພັກ ພະແນກ ການ ກອງພັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍພັນໂທ ອຳພອນ ສີໂສພົດ ຫົວໜ້າພະແນກພະນັກງານ ວິທະຍາຄານກົມມະດຳ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ວິທະຍາຄານ ກົມມະດຳ ພັກການກຽມຮັບເບ້ຍບຳນານ ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ III ໝວດທີ I ມາດຕາ 33 ວ່າດ້ວຍອາຍຸກະສຽນຂອງນາຍທະຫານ ອີງຕາມໜັງສືສະເໜີຂອງວິທະຍາຄານກົມມະດຳ ສະບັບເລກທີ 889/ ລົງວັນທີ 12 ພຶດສະພາ 2022 ດັ່ງນັ້ນກົມໃຫຍ່ການເມືອງກອງທັບ ຕົກລົງອະນຸຍາດໃຫ້ນາຍທະຫານທີ່ປະຈຳການຢູ່ວິທະຍາຄານກົມມະດຳ ຈຳນວນ 15 ສະຫາຍພັກການເພື່ອກຽມຮັບເບ້ຍບໍານານ ແລະ ນອກຈາກນັ້ນ ສະຫາຍກໍໄດ້ຜ່ານຂໍ້ຕົກລົງຂອງອຳນວຍການ ວິທະຍາຄານກົມມະດຳ ວ່າດ້ວຍໃຫ້ພະນັກງານປະກອບເອກະສານ ເພື່ອກຽມຮັບເບ້ຍບຳນານ 3 ສະຫາຍ.​

    ໂອກາດນີ້ ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ປະທານກອງປະຊຸມ ກໍໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ທຸ່ມເທທຸກສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ພ້ອມທັງ ຮຽກຮ້ອງໃຫ້ນາຍທະຫານຜູ້ທີ່ພັກການກຽມຮັບເບ້ຍບຳນານ ຈົ່ງພ້ອມກັນດຳລົງຊິວິດນຳອຳນາດການປົກຄອງທ້ອງຖິ່ນ ເປັນແບບຢ່າງໃຫ້ປະຊາຊົນ ໃນການປະຕິບັດຂໍ້ກຳນົດ ກົດລະບຽບ ຮີດຄອງປະເພນີຂອງບ້ານເມືອງ ຊ່ວຍເຫຼືອອົງການຈັດຕັ້ງທຸກຂັ້ນ ໃນການສຶກສາອົບຮົມໃຫ້ປະຊາຊົນຮັບຮູ້ເຊື່ອມຊຶມຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບເປັນພື້ນຖານ ຕັ້ງໜ້າພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ-ພາບ: ວິທະຍາຄານກົມມະດຳ

error: Content is protected !!