ຍັງຈະສືບຕໍ່ປະເຊີນກັບຫຼາຍແຮງກົດດັນທີ່ມີຜົນຕໍ່ລະດັບລາຄາສິນຄ້າ

    ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໃນກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ 2022 ຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫງ ສປປ ລາວໃຫ້ຮູ້ວ່າ ຄາດໝາຍດ້ານອັດຕາເງິນເຟີ້ຈາກການປະເມີນປັດໄຈທັງພາຍນອກ ແລະ ພາຍໃນປະເທດ ຮອດທ້າຍປີ 2022 ເເມ່ນຄາດວ່າທ່າອ່ຽງອັດຕາເງິນເຟີ້ໃນພາກພື້ນ ແລະ ສາກົນໂດຍລວມຈະຍັງຢູ່ລະດັບສູງ.

    ສໍາລັບຢູ່ປະເທດລາວ ຄາດວ່າຈະຍັງສືບຕໍ່ພະເຊີນກັບຫຼາຍແຮງກົດດັນທີ່ມີຜົນຕໍ່ລະດັບລາຄາ ໂດຍມີສາເຫດມາຈາກຫຼາຍປັດໄຈນອກຕົວ ເບື້ອງການສະໜອງເປັນຫຼັກ ເຊັ່ນ ການເພີ່ມຂຶ້ນຂອງລາຄານ້ໍາມັນຢູ່ຕະຫຼາດສາກົນ ການເພີ່ມຂຶ້ນຂອງລາຄາສະບຽງອາຫານຢູ່ສາກົນ ແລະ ພາກພື້ນ ສະພາບຕ່ອງໂສ້ການຜະລິດທີ່ຍັງບໍ່ທັນຟື້ນຕົວໄດ້ຢ່າງຄ່ອງຕົວ ການເພີ່ມຂຶ້ນສູງຂອງອັດຕາເງິນເຟີ້ຢູ່ເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ ເຊິ່ງການທີ່ປະເທດໃດໜຶ່ງຈະຄວບຄຸມບັນດາປັດໄຈພາຍນອກເຫຼົ່ານີ້ ແມ່ນຈະສາມາດປະຕິບັດໄດ້ໃນຂອບເຂດຈໍາກັດໃດໜຶ່ງເທົ່ານັ້ນ ໂດຍສະເພາະ ປະເທດທີ່ເສດຖະກິດມີຂະຫນາດນ້ອຍ ແລະ ຍັງມີການນໍາເຂົ້າສິນຄ້າຫຼາຍຄືດັ່ງປະເທດລາວ ຍິ່ງເຮັດໃຫ້ຫຼີກລ່ຽງບັນດາປັດໄຈພາຍນອກທີ່ສົ່ງຜົນກະທົບແຮງນີ້ໄດ້ຍາກ ເຖິງແມ່ນວາລັດຖະບານຈະສູ້ຊົນປະຕິບັດທຸກນະໂຍບາຍ ແລະ ມາດຕະການທີ່ຕິດພັນໃນໄລຍະ 6 ເດືອນທ້າຍປີ ແລະ ພະຍາຍາມສືບຕໍ່ຊ່ວຍຫຼຸດຜ່ອນແຮງກົດດັນເບື້ອງຄວາມຕ້ອງການພາຍໃນ ບໍ່ໃຫ້ໄປສ້າງແຮງກົດດັນເສີມໃສ່ແຮງກົດດັນເບື້ອງການສະໜອງໃຫ້ໜັກຂຶ້ນຕື່ມ.

    ຜ່ານການອອກພັນທະບັດໄລຍະສັ້ນຂອງທະນາຄານແຫ່ງ ສປປ ລາວ ຈາກບັນດາສະພາບ ແລະ ເງື່ອນໄຂທີ່ກ່າວມານັ້ນ ລັດຖະບານ ກໍຄືທະນາຄານແຫ່ງ ສປປ ລາວ ເຫັນວ່າອັດຕາເງິນເຟີ້ໃນປີ 2022 ຄາດວ່າຈະຢູ່ໃນລະດັບສອງຕົວເລກ ໂດຍທະນາຄານແຫ່ງ ສປປ ລາວ ກໍຄືລັດຖະບານ ຈະສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ ແລະ ມາດຕະການເພື່ອຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມຂຶ້ນໄປແບບບໍ່ສິ້ນສຸດ ໂດຍສະເລ່ຍໝົດປີ ຈະສູ້ຊົນຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 12% ສະນັ້ນ ລັດຖະບານ ກໍຄືທະນາຄານແຫ່ງ ສປປ ລາວ ຈຶ່ງສະເໜີຂໍການພິຈາລະນາທົບທວນຄືນຄາດໝາຍດ້ານອັດຕາເງິນເຟີ້ຈາກຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 5% ເພື່ອດັດປັບໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ ມີລັກສະນະພາວະວິໄສ ບົນເງື່ອນໄຂຄວາມອາດສາມາດຕົວຈິງທີ່ເປັນໄປໄດ້ສໍາລັບປີ 2022.

.

# ຂ່າວ – ພາບ: ອົ່ນ ໄຟສົມທອງ

error: Content is protected !!