ຫາລືວຽກງານການຮ່ວມມືແລກປ່ຽນ ລະຫວ່າງຄະນະກໍາມະການຮ່ວມມືລາວ-ຈີນ ແລະ ແຂວງກວາງຊີ

    ກອງປະຊຸມປຶກສາຫາລື ວຽກງານການຮ່ວມມືແລກປ່ຽນ ລະຫວ່າງຄະນະກໍາມະການຮ່ວມມືລາວ-ຈີນ ສປປ ລາວ ແລະ ແຂວງກວາງຊີ ສປ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການໃນຮູບແບບທາງໄກ ໃນວັນທີ 14 ມິຖຸນາ 2022 ຢູ່ກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ Shi Donglong ຫົວໜ້າຫ້ອງການພົວພັນຕ່າງປະເທດ ເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມປຶກສາຫາລືໃນກອງປະຊຸມ ເຊິ່ງຖືເປັນກອງປະຊຸມຄັ້ງປະຖົມມະລຶກ ໃນການເຮັດວຽກຮ່ວມກັນລະຫວ່າງຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ແລະ ຫ້ອງການພົວພັນຕ່າງປະເທດ ແຂວງກວາງຊີ.

    ກອງປະຊຸມໃນຄັ້ງນີ້ ເປັນເວທີໜຶ່ງໃຫ້ແກ່ສອງຝ່າຍໄດ້ແລກປ່ຽນຄໍາເຫັນນໍາກັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍໄດ້ທົບທວນຄືນໝາກຜົນການຮ່ວມມືລະຫວ່າງບັນດາຂະແໜງການຂອງ ສປປ ລາວ ກັບແຂວງກວາງຊີ ສປ  ຈີນ  ໃນໄລຍະຜ່ານມາ  ແລະ  ລົງເລິກປຶກສາຫາລື  ແລກປ່ຽນຄໍາຄິດເຫັນຕໍ່ກັບການຮ່ວມມືໃນຂົງເຂດຂະແໜງການຕ່າງໆທີ່ກ່ຽວຂ້ອງໃນຕໍ່ໜ້າ ເຊັ່ນ:ເສດຖະກິດການຄ້າ ການລົງທຶນ ການເຊື່ອມໂຍງເຊື່ອມຈອດ ການທ່ອງທ່ຽວ ວັດທະນະທໍາ ການສຶກສາ ການແກ້ໄຂຄວາມທຸກຍາກ ກະສິກໍາ ແລະ ອື່ນໆ.

     ໃນກອງປະຊຸມ ທ່ານ ໄຊຊະນະ ສິດທິພອນ ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ດັ່ງເນື້ອໃນບາງຕອນວ່າ: ປັດຈຸບັນ ພັກ-ລັດຖະບານ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດລາວ ພວມສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດຢ່າງຕັ້ງໜ້າ ໂດຍສົມທົບກັບການປະຕິບັດແນວທາງການຕ່າງປະເທດຂອງລາວ ຕໍ່ກັບປະເທດເພື່ອນມິດຍຸດທະສາດ ກໍຄື ສປ ຈີນ ທີ່ເປັນປະເທດຄູ່ຮ່ວມຊາຕາກໍາ ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງ ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືຢ່າງຮອບດ້ານ ກັບ ສປ ຈີນ ໂດຍສະເພາະແມ່ນການລົງເລິກຮ່ວມມືກັບບັນດາແຂວງຕ່າງໆຂອງປະເທດຈີນ ໃນນີ້ ແຂວງກວາງຊີເອງ ກໍແມ່ນແຂວງໜຶ່ງທີ່ມີການພົວພັນຮ່ວມມືກັບປະເທດລາວ ມາແຕ່ດົນນານ ເຊິ່ງໃນໄລຍະຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວໃນເມື່ອກ່ອນ ແຂວງກວາງຊີ ໄດ້ຊ່ວຍສ້າງເງື່ອນໄຂເປັນບ່ອນພັກເຊົາ ແລະ ເປັນທາງຜ່ານຂອງບັນດາການນໍາລາວໃນສະໄໝຕໍ່ສູ້ກູ້ຊາດ ທີ່ຈະເດີນທາງໄປພົວພັນ ຫຼື ເຜີຍແຜ່ແນວທາງຕໍ່ຕ່າງປະເທດ ແລະ ສາກົນ ທັງໃຫ້ການສະໜັບສະໜູນຊ່ວຍເຫຼືອການນໍາຂອງລາວໃນເມື່ອກ່ອນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອກໍ່ສ້າງບຸຄະລາກອນທີ່ເປັນລູກຫຼານຂອງການນໍາປະຕິວັດລາວ ໃຫ້ໄດ້ສຶກສາຮໍ່າຮຽນໃນໂຮງຮຽນນ້ອງນ້ອຍ 67 ເຊິ່ງມາເຖິງປີນີ້ ພໍດີຄົບຮອບ 65 ປີ ແລະ ອື່ນໆ ເມື່ອກ້າວສູ່ໄລຍະໃໝ່ ແຂວງກວາງຊີ ຖືເປັນແຂວງໜຶ່ງທີ່ສໍາຄັນໃນການປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກຂອງ ສປ ຈີນ ເຊິ່ງໄດ້ເປັນປະຕູສູ່ການຮ່ວມມືກັບບັນດາປະເທດອາຊຽນ ໂດຍແຕ່ລະປີ ແຂວງກວາງຊີຈະສະໜອງສະຖານທີ່ເພື່ອໃຫ້ບັນດາປະເທດອາຊຽນເປັນເຈົ້າພາບຮ່ວມຈັດງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງກໍໄດ້ຮັບຜົນສໍາເລັດຢ່າງຈົບງາມຕະຫຼອດຫຼາຍປີທີ່ຜ່ານມາ ສະເພາະການຮ່ວມມືກັບ ສປປ ລາວ ໃນປັດຈຸບັນ ກໍມີໝາກຜົນຕົວຈິງຮ່ວມກັນຫຼາຍດ້ານ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວເຮົາ ສະນັ້ນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ທັນສິ້ນສຸດຄືໃນປັດຈຸບັນ ແຕ່ດ້ວຍຄວາມເອົາໃຈໃສ່ຂອງການນໍາສອງປະເທດ ເວົ້າສະເພາະການນໍາຂອງກວາງຊີ ທີ່ໄດ້ຕັດສິນໃຈສືບຕໍ່ຊຸກຍູ້ສາຍພົວພັນອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ກໍຄືສາຍພົວພັນຮ່ວມມືສອງຝ່າຍ ໃນໄລຍະໃໝ່ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວນັ້ນ ເຫັນວ່າມີຄວາມຈໍາເປັນທີ່ພວກເຮົາຈະຕ້ອງພ້ອມກັນຄົ້ນຄວ້າ ປຶກສາຫາລືຊຸກຍູ້ສ້າງກົນໄກປະສານງານສອງຝ່າຍຂຶ້ນ ແນໃສ່ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ພົວພັນຮ່ວມມື ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆຂອງສອງຝ່າຍ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດນັບມື້ນັບຫຼາຍຂຶ້ນ.

    ແນວໃດກໍຕາມ ຕໍ່ໜ້າສະພາບການປົກກະຕິແບບໃໝ່ນີ້ ສອງຝ່າຍຈໍາເປັນຕ້ອງໄດ້ຊອກຫາຫຼາຍຊ່ອງທາງ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍກະຕຸກຊຸກຍູ້ວຽກງານການຮ່ວມມືຕົວຈິງໃນແຕ່ລະຂົງເຂດ ຂະແໜງ ການ ແນໃສ່ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດພວກເຮົາ ພ້ອມທັງປະກອບສ່ວນເຂົ້າໃນການຮ່ວມມືຂອງພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບຫຼາຍຂຶ້ນ.

    ໃນຕອນທ້າຍ ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ກຽມພ້ອມທີ່ຈະສືບຕໍ່ຮ່ວມກັນປຶກສາຫາລື ເພື່ອກ້າວໄປສູ່ການສ້າງກົນໄກຮ່ວມມື ແລະ ປະສານງານຢ່າງເປັນປົກກະຕິລະຫວ່າງ ຄະນະກໍາມະການຮ່ວມມືລາວ-ຈີນ ກັບ ແຂວງກວາງຊີ ໃນອະນາຄົດ.

# ຂ່າວ – ພາບ : ສີພອນ

error: Content is protected !!