ນວ ຫາລືສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

    ກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມຈັດງານສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຈັດຂຶ້ນວັນທີ 13 ມິຖຸນາ 2022 ທີ່ຫ້ອງວ່າການອົງການປົກຄອງນະຄອນຫຼວງວຽງຈັນ(ນວ) ເປັນປະທານຂອງທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ມີຄະນະກະກຽມເຂົ້າຮ່ວມ.

    ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ເປັນຂະບວນການຟົດຟື້ນ ເຫັນໄດ້ຄວາມໝາຍຄວາມສຳຄັນ ມູນເຊື້ອຄວາມສາມັກຄີພິເສດຂອງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືການສ້າງສາພັດທະນາຂອງສອງຊາດໃນປັດຈຸບັນ ເພື່ອຮັບປະກັນການກະກຽມວຽກງານໄປຕາມແຜນການ ແລະ ທິດທາງກໍານົດໄວ້ ກອງປະຊຸມໄດ້ກວດກາຄືນການກະກຽມວຽກງານແຕ່ລະດ້ານໃນໄລຍະຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະ ກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວຢູ່ ນວ ປະກອບມີ 7 ກິດຈະກຳ ຄື: ກິດຈະກຳແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງນະຄອນຫຼວງວຽງຈັນ ແລະ ບັນດານະຄອນ ແຂວງ ສສ ຫວຽດນາມ ກິດຈະກຳຮ່ວມກັບສູນກາງ ຈັດງານໂຮມຊຸມນຸມສະເຫຼີມສະສະຫຼອງປີດັ່ງກ່າວ ກິດຈະກຳຈັດຕັ້ງສະເຫຼີມສະຫຼອງເລົ່າມູນເຊື້ອສອງວັນປະຫວັດສາດ ລາວ-ຫວຽດນາມ -ການພົບປະໂອ້ລົມເຜີຍແຜ່ເອກະສານສອງວັນປະຫວັດສາດລາວ-ຫວຽດນາມ ກັບສະມາຄົມຫວຽດນາມ ນະຄອນຫຼວງວຽງຈັນ ກິດຈະກຳສົ່ງສານອວຍພອນໃຫ້ບັນດານະຄອນເພື່ອນມິດແຮກສ່ຽວຂອງ ສສ ຫວຽດນາມ ມອບກະຕ່າດອກໄມ້ໃຫ້ສະຖານທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກິດຈະກຳກອງປະຊຸມສຳມະນາສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວລາວ-ຫວຽດນາມ ໃນເງື່ອນໄຂປົກກະຕິໃໝ່ ກິດຈະກຳວາງສະແດງຮູບພາບ ສະແດງສີລະປະ ແລະ ກິດຈະກຳຍ້ອງຍໍ(ການປະດັບຫຼຽນ).

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!