ອັດຕາເງິນເຟີ້ 5 ເດືອນຕົ້ນປີ ກາຍລະດັບທີ່ມະຕິສະພາແຫ່ງຊາດໄດ້ຮັບຮອງ

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ 2022 ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫງ ສປປ ລາວ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໃນບົດລາຍງານ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ຕິດພັນກັບວຽກງານການເງິນ ເຊັ່ນ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ 2022 ແມ່ນຢູ່ໃນລະດັບກາຍລະດັບທີ່ມະຕິສະພາແຫ່ງຊາດໄດ້ຮັບຮອງ (ມະຕິສະພາສະເລ່ຍໝົດປີ 2022 ບໍ່ເກີນ 5%) ແລະ ຍັງມີທ່າອ່ຽງສູງຂຶ້ນເຊັ່ນດຽວກັບທ່າອ່ຽງການເພີ່ມສູງຂຶ້ນຫຼາຍຂອງອັດຕາເງິນເຟີ້ຢູ່ບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ ເປັນຕົ້ນ ເງິນເຟີ້ຂອງສະຫະລັດອາເມຣິກາ ໄດ້ຂຶ້ນສູງສຸດໃນຮອບ 40 ປີ ໃນເດືອນມີນາ 2022 ຢູ່ໃນລະດັບ 8,56% ປະເທດອັງກິດໄດ້ຂຶ້ນສູງສຸດໃນຮອບ 40 ປີໃນເດືອນເມສາ 2022 ຢູ່ໃນລະດັບ 9% ປະເທດໄທໄດ້ຂຶ້ນສູງສຸດໃນຮອບ 13-14 ປີ ໃນເດືອນພຶດສະພາ 2022 ຢູ່ໃນລະດັບ 7,1%.

    ອັດຕາເງິນເຟີ້ຢູ່ ສປປ ລາວ ເພີ່ມຂຶ້ນສູງ (ເດືອນພຶດສະພາ 2022 ຢູ່ໃນລະດັບ 12,8% ສະເລ່ຍ 5 ເດືອນຕົ້ນປີ 2022 ຢູ່ໃນລະດັບ 9%) ເຊິ່ງສາເຫດຕົ້ນຕໍ ແມ່ນຍ້ອນການເພີ່ມຂຶ້ນສູງຂອງລາຄານ້ໍາມັນດິບຢູ່ສາກົນ ການເພີ່ມຂຶ້ນຂອງລາຄາສະບຽງອາຫານໂລກ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ຂອງປະເທດຄູ່ຄ້າ ຜົນຈາກການປ່ຽນແປງຂອງອັດຕາແລກປ່ຽນ ຕໍ່ລາຄາສິນຄ້ານໍາເຂົ້າ ໃນເງື່ອນໄຂທີ່ ສປປ ລາວ ຍັງມີການນໍາເຂົ້າສິນຄ້າທີ່ຈໍາເປັນຈາກຕ່າງປະເທດຫຼາຍ ສົມທົບກັບປັດໄຈດ້ານຈິດຕະສາດອື່ນໆ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!