ປັດຈຸບັນ ອັດຕາແລກປ່ຽນ ຫຼື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ໃນນີ້ ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫຼາຍ ນັບແຕ່ໄລຍະທ້າຍເດືອນມີນາ 2022 ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ ການເພີ່ມຂຶ້ນສູງຫຼາຍຕໍ່ເນື່ອງຂອງລາຄາຄໍາ ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022ວ່າ: ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ ການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດຂອງທຸກພາກສ່ວນກ່ຽວຂ້ອງ ຍັງບໍ່ທັນກົມກຽວ ຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍຍັງບໍ່ທັນເຂົ້າມາປະເທດຕາມລະບຽບການ ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ ສົ່ງຜົນກະທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫຼາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ ໃນ 5 ເດືອນຕົ້ນປີ 2022 ເຖິງແມ່ນວ່າຕົວເລກມູນຄ່າດູນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດູນຢູ່ໃນລະດັບເກືອບ 548,93 ລ້ານໂດລາສະຫະລັດ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9,62% ແຕ່ໃນນີ້ ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານ ຫຼາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານໃນລະດັບທີ່ສູງ ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼືໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.
ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫຼາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫຼາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນ ການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ ກັກຕຸນເງິນຕາຕ່າງປະເທດ ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍ ໃນອັດຕາແລກປ່ຽນທີ່ອ່ອນຄ່າຫຼາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາທີ່ຄວນຈະເປັນ ໂດຍສະເພາະ ໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫຼາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກປ່ຽນຍິ່ງອ່ອນຄ່າ.
# ຂ່າວ – ພາບ : ລັດເວລາ