ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນທ້າຍປີ 2022 ໃນວັນທີ 13 ມິຖຸນາ 2022 ວ່າ: ເພື່ອເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວຢ່າງມີປະສິດທິຜົນ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານຕິດຕາມ ຄົ້ນຄວ້າ ຕີລາຄາ ແລະ ຄາດຄະເນສະພາບການຜັນແປຂອງເສດຖະກິດໂລກ ພາກພື້ນ ແລະ ພາຍໃນປະເທດໃຫ້ຈະແຈ້ງຊັດເຈນ ໃຫ້ທັນການ ເພື່ອເອົາກາລະໂອກາດ ສິ່ງທ້າທາຍ ແລະ ມີມາດຕະການຮັບມືຢ່າງເປັນເຈົ້າການ ແລະ ໃຫ້ທ່ວງທັນກັບສະພາບການ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາໃຫ້ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຈະແຈ້ງ ກ່ຽວກັບການດຸ່ນດ່ຽງເສດຖະກິດມະຫາພາກ ເປັນຕົ້ນ ຄວບຄຸມການເພີ່ມຂຶ້ນຂອງບໍລິມາດເງິນ M2 ໃຫ້ຕິດພັນກັບການຊຸກຍູ້ການເຕີບໂຕເສດຖະກິດ ພ້ອມທັງຮັບປະກັນການຄວບຄຸມບໍ່ໃຫ້ເງິນເຟີ້ເພີ່ມຂຶ້ນສູງ ຮັບປະກັນການດຸ່ນດ່ຽງກະແສເງິນຕາເຂົ້າ-ອອກ ຕ່າງປະເທດ ການຊໍາລະກັບຕ່າງປະເທດ ໂດຍສະເພາະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍເປັນເງິນຕາຈາກການສົ່ງອອກ ແລະ ຈາກການນໍາເຂົ້າໃຫ້ຄົບຖ້ວນ ແລະ ເຂົ້າສູ່ລະບົບ ຮັບປະກັນການດຸ່ນດ່ຽງ ແຫຼ່ງທຶນການພັດທະນາຮັບປະກັນ ການດຸ່ນດ່ຽງງົບປະມານແຫ່ງລັດ ໂດຍສະເພາະ ພິຈາລະນາໂຄງການລົງທຶນໃໝ່ ເພື່ອບໍ່ໃຫ້ສ້າງຄວາມກົດດັນຕໍ່ສະພາບໜີ້ສິນສາທາລະນະ ຮັບປະກັນການດຸ່ນດ່ຽງ ການສະໜອງ ແລະ ຄວາມຕ້ອງການສິນຄ້າພາຍໃນ ຮັບປະກັນການດຸ່ນດ່ຽງແຮງງານ ເປັນຕົ້ນ ການສ້າງວຽກເຮັດງານທໍາ ແລະ ຕອບສະໜອງແຮງງານໃຫ້ພຽງພໍຕາມຄວາມຕ້ອງການຂອງການພັດທະນາປະເທດ ເອົາໃຈໃສ່ຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດແຜນງົບປະມານໃຫ້ຕິດພັນກັບແຜນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ໂດຍສະເພາະ ການປະຕິບັດຄາດໝາຍແກ້ໄຂໜີ້ສິນສາທາລະນະໃຫ້ມີຄວາມຄືບໜ້າ ເພື່ອໃຫ້ສາມາດບັນລຸຄາດໝາຍຕາມທີ່ໄດ້ກໍານົດໃນມະຕິສະພາແຫ່ງຊາດ ຮອດປີ 2023 ເລັ່ງລັດການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ ໃນຂົງເຂດການເງິນ-ງົບປະມານ ຮັບປະກັນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເປັນລະບົບ ປະຕິບັດວິໄນ ແຜນການ-ການເງິນ ຢ່າງເຂັ້ມງວດຕາມກົດໝາຍ ໃຫ້ມີຜົນສັກສິດ ມີປະສິດທິພາບ ແລະ ປະສິດທິຜົນ ເອົາໃຈໃສ່ປະຕິບັດມາດຕະການທີ່ໄດ້ກຳນົດ ເພື່ອບັນລຸຄາດໝາຍດ້ານເງິນຕາທີ່ເປັນບັນຫາຫຼໍ່ແຫຼມ ເປັນຕົ້ນ ປະລິມານເງິນ M2 ອັດຕາເງິນເຟີ້ ອັດຕາແລກປ່ຽນ ເພື່ອຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ຮ້າຍແຮງ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຄົ້ນຄວ້າວິທີການ ແລະ ມາດຕະການໃນການຫັນວິກິດໃຫ້ເປັນກາລະໂອກາດ ໂດຍສຸມໃສ່ປັບປຸງໂຄງສ້າງທະນາຄານ ການຈັດຕັ້ງ ແລະ ບຸຄະລາກອນ ກົນໄກການເຮັດວຽກໃນຂົງເຂດທະນາຄານໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ເອົາໃຈໃສ່ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຊຳລະສະສາງຢູ່ພາຍໃນປະເທດດ້ວຍສະກຸນເງິນກີບໃຫ້ມີຜົນສັກສິດ ແລະ ເຂັ້ມແຂງຂຶ້ນຕື່ມ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຮັກສາຄ່າຂອງເງິນກີບໃຫ້ເຂັ້ມແຂງ ເອົາໃຈໃສ່ກໍານົດມາດຕະການ ເເລະ ເວລາໃນການຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ມີລັກສະນະເຄັ່ງຮ້ອນ ໃຫ້ເປັນວຽກບຸລິມະສິດ ແລະ ຈຸດສຸມ ໃຫ້ເປັນຮູບປະທຳໂດຍໄວ ເປັນຕົ້ນ ການສະໜອງເງິນຕາຕ່າງປະເທດໃຫ້ແກ່ການນໍາເຂົ້າ ເເລະ ສະໜອງນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການ ໃນການຮັບໃຊ້ການຜະລິດ ການຊົມໃຊ້ໃນສັງຄົມ ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ບໍ່ໃຫ້ເໜັງຕີງແຮງ ແລະ ບັນຫາສຳຄັນອື່ນໆໃນສັງຄົມທີ່ກຳລັງເຄັ່ງຮ້ອນໃຫ້ໄດ້ຮັບການແກ້ໄຂໂດຍໄວ.
# ຂ່າວ – ພາບ : ລັດເວລາ