5 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 10.000 ຕື້ກີບ

    ໃນວາລະດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022 ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10.633,89 ຕື້ກີບ ເທົ່າກັບ 33,66% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 23,71% ເປັນເງິນເທົ່າກັບ 2.037,36 ຕື້ກີບ ຄາດຄະເນ 6 ເດືອນຕົ້ນປີ 2022 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13.492,11 ຕື້ກີບ ເທົ່າກັບ 42,71% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນເທົ່າກັບ 2.265,10 ຕື້ກີບ ສໍາລັບລາຍຮັບ 6 ເດືອນທ້າຍປີ ຈະສູ້ຊົນໃຫ້ໄດ້ 18.101 ຕື້ກັບ ຄາດຄະເນລາຍຮັບໝົດປີ 2022 ຈະສູ້ຊົນໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງຈຳນວນ 31.593 ຕື້ກີບ ໃນນັ້ນ ລາຍຮັບພາຍໃນ 29.133,11 ຕື້ກີບ ແລະ ລາຍຮັບຊ່ວຍ ເຫຼືອລ້າ 2.460 ຕື້ກີບ.

      ສຳລັບລາຍຈ່າຍງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 8.849,47 ຕື້ກີບ ເທົ່າກັບ 27,24% ຂອງແຜນປີ ຄາດຄະເນລາຍຈ່າຍໝົດປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດລາຍຈ່າຍທີ່ເປັນບູລີມະສິດຕົ້ນຕໍ ແລະ ລາຍຈ່າຍທີ່ຈໍາເປັນໃຫ້ສຳເລັດໂດຍພື້ນຖານທີ່ສະພາຮັບຮອງສູງສຸດບໍ່ເກີນ 34.691,39 ຕື້ກີບ ໃນ 6 ເດືອນທ້າຍປີ ສ່ວນການຊຳລະໜີ້ສິນສາທາລະນະ ແຜນຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ປີ 2022 ມີຈຳນວນທັງໝົດ 7.157 ຕື້ກີບ ແລະ 1.598 ລ້ານໂດລາສະຫະລັດ ມາຮອດວັນທີ 31 ພຶດສະພາ 2022 ສາມາດປະຕິບັດໄດ້ຄື: ໜີ້ສິນພາຍໃນຊໍາລະແລ້ວ 1.619 ຕື້ກີບ ເທົ່າກັບ 24,53% ຂອງແຜນການປີ ໃນນີ້ ຕົ້ນທຶນພັນທະບັດຊຳລະແລ້ວ 1.381 ຕື້ກີບ ເທົ່າກັບ 27,08% ຂອງແຜນການປີ ດອກເບ້ຍພັນທະບັດຊຳລະແລ້ວ 238 ຕື້ກີບ ເທົ່າກັບ 15,88% ຂອງແຜນການປີ.

    ສຳລັບການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານ ວົງເງິນ 10 ພັນຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງແຜນການ ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ ປະຕິບັດໄດ້ 3.818 ຕື້ກີບ ເທົ່າກັບ 93,55% ຂອງແຜນການ ແລະ ພັນທະບັດຊໍາລະໜີ້ສິນໂຄງການລົງທຶນຂອງລັດປະຕິບັດໄດ້ 5.759 ຕື້ກີບ ເທົ່າກັບ 97,32% ຂອງແຜນການ ແລະ ຍັງມີຍອດເຫຼືອ 423 ຕື້ກີບ ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ 264 ຕື້ກີບ ແລະ ພັນທະບັດຊຳລະໜີ້ສິນໂຄງການລົງທຶນຂອງລັດ 159 ຕື້ກີບ.

    ນອກຈາກນີ້ ຍັງມີໜີ້ສິນຕ່າງປະເທດຊຳລະແລ້ວ 137,90 ລ້ານໂດລາສະຫະລັດ ເທົ່າກັບ 8,62% ຂອງແຜນການປີໃນນີ້ ຕົ້ນທຶນເງິນກູ້ ຊຳລະແລ້ວ 81,72 ລ້ານໂດລາສະຫະລັດ ເທົ່າກັບ 6,92% ຂອງແຜນການປີ ດອກເບ້ຍເງິນກູ້ ຊຳລະແລ້ວ 56,17 ລ້ານໂດລາສະຫະລັດ ເທົ່າກັບ 13,46% ຂອງແຜນການປີ.

    ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2022 ດຳເນີນໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ສະສົມມາຍາວນານ ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ບວກກັບສະພາບຂອງພາກພື້ນ ແລະ ສາກົນທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ທີ່ພາໃຫ້ສະພາບລາຄາພະລັງງານມີການເໜັງຕີງແຮງ ໄພເງິນເຟີ້ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວ ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນສູງໃນຮອບຫຼາຍສິບປີ ມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຫຍຸ້ງຍາກສົມຄວນ ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດຈຳນວນໜຶ່ງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ແມ່ນມາດຕະການທີ່ກຳນົດໄວ້ໃນທ້າຍປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄດ້ລື່ນແຜນການ ໃນປີ 2021 ເຮັດໃຫ້ການຮັບມື ກໍຄື ການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ວາງໄວ້ໃຫ້ບັນລຸຄາດໝາຍ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!