ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19 Johnson&Johnson ຈຳນວນ 400.000 ໂດສ ພ້ອມເຂັມສັກຢາ ຈາກລັດຖະບານຝຣັ່ງ ໃຫ້ການຊ່ວຍເຫຼືອ ສປປ ລາວ ຈັດຂຶ້ນວັນທີ 10 ມິຖຸນາ 2022 ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊິນໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການຢັ້ງຢືນໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງລັດຖະບານ ແລະ ປະຊາຊົນຝຣ່ັງ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ການຮ່ວມມື ແລະ ຊ່ວຍເຫລືອຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດລາວ ແລະ ຝຣັ່ງ ບົນພື້ນຖານການເປັນຄູ່ຮ່ວມພັດທະນາໃນວຽກງານສາທາລະນະສຸກຂອງລາວ ວັກຊິນ ແມ່ນສິ່ງຈໍາເປັນ ແລະ ເປັນວິທີທີ່ດີທີ່ສຸດ ໃນການສ້າງພູມຄຸ້ມກັນ ແລະ ປ້ອງກັນການຕິດເຊື້ອ ເຖິງວ່າຈໍານວນຜູ້ຕິດເຊື້ອຢູ່ລາວຈະມີຈໍານວນຫຼຸດໜ້ອຍລົງແລ້ວກໍຕາມ ແຕ່ພວກເຮົາຍັງຕ້ອງໄດ້ເອົາໃຈໃສ່ເຝົ້າລະວັງບໍ່ໃຫ້ມີການລະບາດໃນຮອບໃໝ່.

ມາຮອດປັດຈຸບັນ ປະຊາກອນຂອງລາວໄດ້ຮັບວັກຊິນຄົບໂດສ ແລະ ສອງໂດສແລ້ວ ກວມ 70% ແລະພວມສືບຕໍ່ປະຕິບັດໃຫ້ໄດ້ຕາມຄາດໝາຍທີ່ລັດຖະບານວາງໄວ້.
ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ ກ່າວວ່າ: ສາທາລະນະສຸກແມ່ນບັນຫາໜື່ງລະດັບໂລກ ທີ່ຮຽກຮ້ອງເຖິງຄວາມສາມັກຄີຈາກທຸກຄົນ. ຍ້ອນມີການຮ່ວມມືຂອງນາໆຊາດ ຈື່ງສາມາດເອົາຊະນະການລະບາດຂອງພະຍາດນີ້ໄດ້. ປະເທດຝຣັ່ງ ຮູ້ສຶກດີໃຈທີ່ໄດ້ປະກອບສ່ວນຕື່ມອີກໃນຄວາມພະຍາຍາມຂອງລັດຖະບານລາວ ໃນການຈໍາກັດການລະບາດຂອງພະຍາດ ແລະ ຜົນກະທົບດ້ານເສດຖະກິດ-ສັງຄົມ ລັດຖະບານຝຣັ່ງໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍລິຈາກວັກຊີນໄປທົ່ວໂລກ ຈຳນວນ 120 ລ້ານໂດສ ເຊິ່ງປັດຈຸບັນ ປະເທດຝຣັ່ງໄດ້ຊ່ວຍເຫຼືອໄປແລ້ວ 87 ລ້ານໂດສ.

.
# ຂ່າວ – ພາບ : ໄຊບັນດິດ