ວາງສີລາລຶກ ການກໍ່ສ້າງພັດທະສິມມາວັດສິຣິມຸງຄຸນໄຊສົມບູນເກົ່າ

    ງານວາງສີລາລຶກ ການກໍ່ສ້າງພັດທະສິມມາ (ສິມ) ວັດສິຣິມຸງຄຸນ ໄຊສົມບູນເກົ່າ ບ້ານໄຊສົມບູນ ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ວັນທີ 12 ມິຖຸນາ 2022 ໂດຍມີພະເຖລານຸເຖຣະ ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ທ່ານນາງ ອິນແປງ ຊາມຸນຕີ ອໍານວຍການບໍລິສັດປາກຊ່ອງ ພັດທະນາຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍຄອບຄົວການນໍາ ເຈົ້າພາບ-ເຈົ້າສັດທາ ອົງການປົກຄອງບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.

    ທ່ານ ຄໍາຕັນ ກວ້າງມະນີວັນ ນາຍບ້ານໄຊສົມບູນ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານໄຊສົມບູນມີວັດ 2 ແຫ່ງຄື:ວັດສິຣິມຸງຄຸນ ໄຊສົມບູນເກົ່າ ແລະ ວັດໃໝ່ໄຊຈະເລີນ ເຊິ່ງຈຸດປະສົງຂອງການສ້າງພັດທະສິມມາວັດສິຣິມຸງຄຸນ ໄຊສົມບູນເກົ່າ ມີຈຸດປະສົງເພື່ອສ້າງຄວາມສາມັກຄີ ເພີ່ມພູນບຸນກຸສົນໃຫ້ແກ່ເຈົ້າພາບເຈົ້າສັດທາ ຜູ້ອຸປະຖໍາຫຼັກ ແລະ ຊາວພຸດທະສາສະນິກະຊົນທັງຫຼາຍໂດຍທົ່ວເຖິງກັນ ພ້ອມນັ້ນ ເພື່ອສ້າງຄວາມເປັນສິຣິມຸງຄຸນຕໍ່ການຢູ່ອາໄສ ມີຄວາມຈະເລີນຮຸ່ງເຮືອງ ມັ່ງຄັງ ໝັ້ນຄົງ ຢູ່ເຢັນເປັນສຸກ ມີຊີວິດທີ່ດີຕະຫຼອດໄປ ນອກນີ້ ເພື່ອບົ່ງບອກເຖິງເຂດແດນຂອງວັດ ແລະ ເປັນບ່ອນສັງຄະກໍາຮ່ວມກັນຂອງພະສົງທັງປວງໄດ້ ດັ່ງນັ້ນ ການສ້າງສິມ ເປັນສິ່ງສໍາຄັນ ແລະ ຈໍາເປັນ ເພາະເປັນອົງປະກອບຂອງວັດ ເຮັດໃຫ້ວັດກາຍເປັນວັດທີ່ສົມບູນແບບໄດ້.

    ສໍາລັບການວາງສີລາລຶກກໍ່ສ້າງພັດທະສິມມາດັ່ງກ່າວຄັ້ງນີ້ ໂດຍການນໍາພາຂອງພະອາຈານ ເພັດ ພຸດທະປັນຍາ ພ້ອມດ້ວຍພະສົງ-ສາມະເນນພາຍໃນວັດ ແລະ ການຈັດຕັ້ງບ້ານໄຊສົມບູນ ເຊິ່ງໄດ້ຮັບການອຸປະຖໍາເປັນເຈົ້າພາບສັດທາຫຼັກໂດຍຄອບຄົວທ່ານ ນາງ ນາລີ ສີສຸລິດ ຄອບຄົວທ່ານ ມົນຕຣີ ຊົມສະໝຸດ+ທ່ານ ນາງ ອິນແປງ ຊາມຸນຕີ ຕະຫຼອດຮອດຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາຈາກມວນຊົນພຸດສາສະນິກະຊົນ ຮ່ວມກັນສົມທົບທຶນໃນການກໍ່ສ້າງ ແຕ່ກ່ອນສິມຈະສໍາເລັດການກໍ່ສ້າງສົມບູນໄດ້ ກໍຕ້ອງອາໄສສັດທາຈາກບັນດາທ່ານທີ່ເປັນເຈົ້າພາບຫຼັກ ແລະ ສັດທາທົ່ວໄປ ຈົ່ງຮ່ວມມືຮ່ວມໂມທະນາວັດຖຸປັດໄຈຕາມກໍາລັງສັດທາປະກອບສ່ວນສ້າງນໍາກັນນັບແຕ່ວັນວາງສີລາລຶກເປັນຕົ້ນໄປ

.

# ຂ່າວ – ພາບ: ຂັນທະວີ

error: Content is protected !!