ສະຫະພັນກຳມະບານ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍາມະບານ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຢູ່ ຫສປທ ໃນວັນທີ 10 ມິຖຸນາ 2022 ໂດຍເປັນປະທານຂອງສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຄະນະບໍລິຫານງານພັກ ຫສປທ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ມີສະຫາຍ ຄຳຕາ ລາດຊະວົງ ປະທານສະຫະພັນກຳມະບານ ຫສປທ ພ້ອມດ້ວຍສະຫາຍສະມາຊິກກຳມະບານ ພາຍໃນ ຫສປທ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ຄຳຕາ ລາດຊະວົງ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງສະຫະພັນກຳ ມະບານ ຫສປທ ຕະຫຼອດໄລຍະ 1 ປີ ຜ່ານມາ ໂດຍລວມແລ້ວ ຍັງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄວາມຫ້າວຫັນ ຕັ້ງໜ້າປະຕິບັດວຽກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ ເຮັດສໍາເລັດໜ້າທີ່ວິຊາສະເພາະຕາມການມອບໝາຍ ມີສະຕິຕໍ່ການຈັດຕັ້ງ ເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ ກໍຄືກົດໝາຍວ່າດ້ວຍສະຫະພັນກໍາມະບານລາວ ແລະ ກົດລະບຽບສະຫະພັນກໍາມະບານລາວໄດ້ເປັນຢ່າງດີ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຄວາມຫ້າວຫັນເຂົ້າຮ່ວມຂະບວນການ ແລະ ເຄື່ອນໄຫວວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ ແລະ ວຽກງານຂອງອົງການຈັດຕັ້ງມະຫາຊົນຢ່າງເປັນປົກກະຕິ ສາມາດຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ໂດຍສະເພາະ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ຂອງຕົນ ພ້ອມທັງລາຍງານ ແລະ ສະເໜີຕໍ່ສູນກາງສະຫະພັນກໍາມະບານລາວ ພິຈາລະນາຮັບຮອງ;

ນອກຈາກນັ້ນ ສະມາຊິກກຳມະບານ ຫສປທ ໄດ້ປະກອບສ່ວນຢ່າງຫ້າວຫັນໃນການປະຕິບັດວຽກງານຕາມຂອບເຂດຄວາມຮັບຜິດຊອບ ແລະ ຕາມການມອບໝາຍ ເປັນເຈົ້າການກະກຽມຄວາມພ້ອມດ້ານຕ່າງໆໃຫ້ທ່ານປະທານປະເທດ ແລະ ທ່ານຮອງປະທານປະເທດ ທີ່ເຄື່ອນໄຫວວຽກງານຢູ່ທຳນຽບປະທານປະເທດ.
ສະເພາະທິດທາງໃນຕໍ່ໜ້າ ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ ສືບຕໍ່ນໍາພາສະມາຊິກກໍາມະບານ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄໍາສັ່ງຂອງນະຄອນຫຼວງວຽງຈັນ ແລະ ແຈ້ງການຂອງຄະນະສະເພາະກິດ ກ່ຽວກັບການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທັງຮັບປະກັນໃຫ້ການເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນໃຫ້ເປັນປົກກະຕິ ຈັດຕັ້ງເຜີຍແຜ່ຄູ່ມືແນະນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ໃຫ້ສະມາຊິກກໍາມະບານຮັບຮູ້ ເຂົ້າໃຈ ເພື່ອເອົາໄປຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງ ໂດຍສະເພາະສຸມໃສ່ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.

ໃນພິທີ ຍັງໄດ້ມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານ ຫສປທ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ປະຈຳປີ 2021 ແລະ ມອບໃບຢັ້ງຢືນໃຫ້ກຳມະບານຮາກຖານ (ໜ່ວຍ) 5 ເປັນເຈົ້າ ໃຫ້ກັບ 6 ໜ່ວຍຮາກຖານຂຶ້ນກັບ.

# ຂ່າວ – ພາບ: ບຸນມີ