ພິທີມອບ-ຮັບເສັ້ນທາງແຕ່ບ້ານສົມສະຫວາດ ຫາບ້ານຝັ່ງແດງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 10 ມິຖຸນາ 2022 ທີ່ບ້ານຝັ່ງແດງ ໂດຍການເຂົ້າຮ່ວມຂອງທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງ ປາກງື່ມ ພ້ອມດ້ວຍຄະນະປະຈຳພັກ-ຄະນະພັກ ຫົວໜ້າຫ້ອງການພາຍໃນເມືອງປາກງື່ມ ນາຍບ້ານຝັ່ງແດງ ນາຍບ້ານນາໄຊນ້ອຍ (ເມືອງທ່າພະບາດ) ແລະ ພະນັກງານພາຍໃນເມືອງປາກງື່ມ ເຂົ້າຮ່ວມ.

ໃນພິທີ ທ່ານ ພູວຽງ ບຸດມີໄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ບ້ານສົມສະຫວາດ ຫາ ບ້ານຝັ່ງແດງວ່າ: ໂຄງການດັ່ງກ່າວ ແມ່ນເພື່ອພັດທະນາໂຄງລ້າງພື້ນຖານ ເສັ້ນທາງ ໃຫ້ບັນລຸມາດຖານ 348/ລບ ເຮັດໃຫ້ມີເສັ້ນທາງທຽວໄດ້ສອງລະດູ ເຊິ່ງໄດ້ຮັບການອະນຸມັດໃນປີ 2021 ແລະ ຈັດຕັ້ງປະຕິບັດໃນປີ 2022 ຕາມລະບຽບກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍຜ່ານການປະມູນຂອງ 3 ບໍລິສັດ ໄດ້ບໍລິສັດ ສອນແສງຄຳ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໃນມູນຄ່າ 199 ລ້ານກວ່າກີບ ໄດ້ເຊັນສັນຍາ ແລະ ຈັດຕັ້ງປະຕິບັດໂຄງການສຳເລັດ 100% ເຊິ່ງເສັ້ນທາງດັ່ງກ່າວນີ້ ມີຄວາມຍາວ 3.700 ແມັດ ກວ້າງ 6 ແມັດ ເຊິ່ງພາຍຫຼັງກໍ່ສ້າງສໍາເລັດ ແມ່ນໄດ້ຈັດພິທີມອບເພື່ອໃຫ້ປະຊາຊົນນຳໃຊ້ ແລະ ປົກປັກຮັກສາ.

.
# ຂ່າວ – ພາບ: ຂັນທະວີ