ເພື່ອຮັບປະກັນໃຫ້ປະຊາຊົນທີ່ເປັນແຮງງານພາຍໃນ ມີວຽກເຮັດງານທຳ ທັງໄດ້ຮັບການພັດທະນາດ້ານສີມືແຮງງານ ມີລາຍຮັບທີ່ສົມເຫດສົມຜົນ ໄດ້ຮັບການຄຸ້ມຄອງທັງພາຍໃນ-ຕ່າງປະເທດ ຕາມລະບຽບການ ແລະ ກົດໝາຍ ຮັບປະກັນດ້ານຄວາມສະເໝີພາບ ຄວາມສາມັກຄີເອື້ອເຟື້ອເຜື່ອແຜ່ ທີ່ເປັນປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ໄປພ້ອມກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າຮ່ວມການຈັດຕັ້ງປະຕິບັດແຜນພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຢ່າງທົ່ວເຖິງ ຮັບປະກັນການນຳພາຄຸ້ມຄອງທີ່ເປັນເອກະພາບ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ.

ຫ້ອງການ ຮສສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍການມອບໃບຢັ້ງຢືນບ້ານພັດທະນາດ້ານ ຮສສ ໃຫ້ບ້ານດົງໂພນແຮ່ ວັນທີ 10 ມິຖຸນາ 2022 ຢູ່ວັດບ້ານດັ່ງກ່າວ ໂດຍມີທ່ານ ທະນົງສີ ສຸທຳມະວົງ ຫົວໜ້າຫ້ອງການ ຮສສ ເມືອງຫາດຊາຍຟອງ ທ່ານ ຍອດຊາຍ ລາດຊະບຸດ ຫົວໜ້າຄະນະຈັດຕັ້ງເມືອງຫາດຊາຍຟອງ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຜ່ານການປະເມີນຜົນ 6 ມາດຖານບ້ານພັດທະນາດ້ານ ຮສສ ບ້ານດົງໂພນແຮ່ ສາມາດສາມາດຕີລາຄາແຕ່ລະມາດຖານໄດ້ 292 ຄອບຄົວ ຂອງຈຳນວນ 296 ຄອບຄົວ ເທົ່າກັບ 98% ບໍ່ຜ່ານມາດຖານ 4 ຄອບຄົວ ໂດຍເມືອງຫາດຊາຍຟອງ ມີ 4 ບ້ານທີ່ໄດ້ຮັບນາມມະຍົດດັ່ງກ່າວ ຄື: ບ້ານທ່ານາແລ້ງ ເປັນບ້ານທີ 1 ຂອງເມືອງ ບ້ານທີ 2 ຂອງນະຄອນຫຼວງວຽງຈັນ ບ້ານຊາຍຟອງເໜືອ ເປັນບ້ານທີ 2 ຂອງເມືອງ ບ້ານທີ 3 ຂອງນະຄອນຫຼວງວຽງຈັນ ບ້ານປ່າຝາງ ເປັນບ້ານທີ 3 ຂອງເມືອງ ບ້ານທີ 4 ຂອງນະຄອນຫຼວງວຽງຈັນ ບ້ານດົງໂພນແຮ່ ເປັນບ້ານທີ 4 ຂອງເມືອງ ບ້ານທີ 5 ຂອງນະຄອນຫຼວງວຽງຈັນ.