Meta ກຳລັງສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈ ດ້ວຍການເປີດໂຕຊຸດຟີເຈີ້ໃນ Theme ດຽວກັນ ເຊິ່ງລວມມີ ອາວາຕາ ເອັບເຟັກຕ່າງໆ ແລະ ຊຸດສະຕິກເກີໃນທົ່ວແພລດຟອມ ເພື່ອສະເຫຼີມສະ ຫຼອງໃຫ້ຊຸມຊົນເພດທາງເລືອກ (LGBTQ+) ທີ່ພວມສ້າງວັດທະນະທຳ ທັງເປັນການປຸກລະດົມໃຫ້ເຫັນວ່າ ພວກເຂົາສາມາດສະແດງຕົວຕົນທາງເພດ ຜ່ານແພລດຟອມຕ່າງໆແນວໃດ.
ນັບແຕ່ມື້ນີ້ ທ່ານສາມາດນໍາໃຊ້ ອາວາຕາ ໃນ Theme ຄວາມພາກພູມໃຈ ແລະ ສະຕິກເກີ້ຕ່າງໆ ເທິງໜ້າ Feed ແລະ Stories ເທິງ Facebook ແລະ Messenger ໄດ້ຕະຫຼອດປີ ນອກນີ້ ພວກເຮົາຍັງ ໄດ້ເປີດໂຕສະຕິກເກີ້ໃນກ້ອງຖ່າຍຮູບເທິງ Instagram ເຊິ່ງອອກແບບໂດຍຮ່ວມມືກັບ Queer ຫຼື ກຸ່ມ ຄົນທີ່ມີຄວາມຮັກໂດຍປາສະຈາກກົດເກນທາງເພດ ສິລະປິນ ແລະ ນັກສ້າງເນື້ອຫາ ຊາວບຸກຄຣິນ ຊື່ ຊານີ ເບນຈາມິນ.

ນອກນີ້ ເທິງ Messenger ທ່ານຍັງສາມາດປັບແຕ່ງເອັບເຟັກໂດຍນໍາໃຊ້ Pride Chat Theme ໃນຫ້ອງແຊັດ ພ້ອມທັງສະຕິກເກີ້ເພີ່ມເຕີມໃນກ້ອງຖ່າຍຮູບທີ່ອອກແບບໂດຍ Non-binary ຫຼື ກຸ່ມຄົນທີ່ບໍ່ ຕ້ອງການຖືກລະບຸເພດຂອງຕົນ ສິລະປິນ ແລະ ນັກສ້າງເນື້ອຫາ ຊາວລອນດອນ ຊື່ ເວນສເດ ໂຮມສ ຈະເປີດ ໂຕທ້າຍເດືອນນີ້ ພວກເຮົາຍັງໄດ້ເປີດໂຕເອັບເຟັກ AR ໃໝ່ ໂດຍການຮ່ວມມືກັບຜູ້ທີ່ໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນ Tony Award ຈາກບຣອດເວ ແລະ ຜູ້ຊະນະລາງວັນ Pulitzer ຊື່ A Stranger Loop ເອັບເຟັກ AR “Show Your Skills” ຈະແນະນຳແຟນໆສູ່ຂະບວນການຄັດເລືອກທີ່ມີຄວາມມ່ວນຊື່ນ ແລະ ການແຈ້ງເຕືອນທີ່ຕ້ອງການດຶງເອົາຄວາມເປັນດາລາ ໃນຕົວທ່ານອອກມາ ເຊິ່ງທ່ານສາມາດນໍາໃຊ້ເອັບ ເຟັກນີ້ໄດ້ທັງເທິງ Reels Stories ແລະ ໜ້າ Feed ພາຍໃນເດືອນນີ້ ພວກເຮົາຈະໄດ້ເປີດສູນຄວາມປອດໄພ ສຳລັບ LGBTQ+ ເທິງ Facebook ເພື່ອສະ ໜອງຂໍ້ມູນທີ່ເຂົ້າເຖິງງ່າຍ ແລະ ເຮັດໃຫ້ຊຸມຊົນນີ້ຮູ້ສຶກປອດ ໄພ ໃນສູນດັ່ງກ່າວທ່ານຈະໄດ້ເຫັນຫຼາຍຟີເຈີ້ ດ້ານຄວາມປອດໄພ ລວມມີຄູ່ມືໃນການເພີ່ມຄວາມປອດໄພຂອງ ບັນຊີ ເຄື່ອງມືໃນການຫຼີກລ່ຽງການດູຖູກ ແລະ ການລ່ວງລະເມີດ ພ້ອມທັງຂໍ້ມູນໃນການລາຍງານເນື້ອຫາ ທີ່ເປັນອັນຕະລາຍ.


ພວກເຮົາກຳລັງຂະຫຍາຍທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ມີ LGBTQ+ ເປັນເຈົ້າຂອງ ເທິງ ແພັດຟອມຂອງພວກເຮົາ ເພື່ອຊ່ວຍໃຫ້ຊຸມຊົນຂອງພວກເຂົາ ສາມາດເຕີບໂຕໄດ້ໂດຍຜ່ານການສຶກສາ ແລະ ການເຊື່ອມຕໍ່ ອາທິດທຳອິດຂອງເດືອນມິຖຸນາ ພວກເຮົາໄດ້ເປີດໂຕ ຄູ່ມືວັດທະນະທຳສຳລັບ LGBTQ+ ໃນທົ່ວໂລກ ເພື່ອເປັນຂໍ້ມູນ ໃນການສຶກສາ ແລະ ເປັນແຮງບັນດານໃຈໃນວິທີການສະແດງຕົວຕົນ ເພື່ອສົ່ງເສີມຊຸມຊົນ LGBTQ+ ແລະ ທີ່ @instagramforbusiness ພວກເຮົາກຳລັງຈະຈັດກິດຈະກຳ ຊັອບປິ້ງແບບ Live ສົດ #shopwithPride ເຊິ່ງໄດ້ສຸມໃສ່ທຸລະກິດຂະ ໜາດນ້ອຍ ແລະ ກາງ ຂອງຊຸມຊົນຊາວອາເມຣິກາທີ່ມາຈາກຂົງເຂດອາຊີ-ປາຊີຟິກ (AAPI).
ໃນ ສປປ ລາວ ພວກເຮົາໄດ້ສະເຫຼີມສະຫຼອງຄວາມເປັນຕົວຕົນທີ່ແທ້ຈິງ ແລະ ຄວາມເປັນເພື່ອນມິດ ຜ່ານຊຸມຊົນເພດທາງເລືອກ ເປັນຕົ້ນReeRiew ຫຼີລຽວທ່ຽວລາວ ເຊິ່ງໜຶ່ງໃນນັກສ້າງເນື້ອຫາ LGBTQ+ ທີ່ມີຊື່ສຽງຂອງປະເທດລາວ ກ່າວວ່າ: ເນື່ອງຈາກຜູ້ຄົນສ່ວນ ຫຼາຍ ເລີ່ມຍອມຮັບໃນຄວາມແຕກຕ່າງໄດ້ແລ້ວ ພວກເຮົາກໍໄດ້ເຫັນເຖິງການປ່ຽນແປງໄປໃນທາງທີ່ດີຫຼາຍ ຂຶ້ນຈາກໃຈຈິງ ໂດຍເລີ່ມແຕ່ຄອບຄົວ ແລະ ໝູ່ເພື່ອນ ຈົນເຖິງຊຸມຊົນຕ່າງໆທີ່ໃຫຍ່ກວ່າໃນສັງຄົມ ພວກເຮົາມີຊ່ອງທາງທີ່ມີຄວາມໝາຍຍິ່ງຂຶ້ນໃນ ການສະແດງອອກເຖິງຕົວຕົນ ແລະ ເຊື່ອມຕໍ່ກັນທາງອອນລາຍ ຜ່ານແພັດຟອມຕ່າງໆ ເປັນຕົ້ນ Facebook ທີ່ໃຫ້ພື້ນທີ່ ທີ່ພວກເຮົາສາມາດເປັນຕົວຂອງຕົວເອງໄດ້ຢ່າງ ປອດໄພ ສະແດງຄວາມຫຼົງໄຫຼ ແລະ ຄວາມສາມາດຂອງພວກເຮົາ ທັງສາມາດທຳລາຍກຳແພງຕ່າງໆທີ່ ປິດກັ້ນ ໃນຖານະທີ່ເປັນສະມາຊິກຂອງຊຸມ ຊົນ LGBTQ+ ພວກເຮົາພູມໃຈໃນຕົວຕົນຂອງເຮົາ ແລະ ຍິນ ດີທີ່ຈະສະແດງໃຫ້ໂລກເຫັນວ່າພວກເຮົາ ເຮັດຫຍັງໄດ້ແດ່.
ເມື່ອໃດກໍຕາມທີ່ພວກເຮົາໃຫ້ຄຸນຄ່າຄວາມສຳຄັນກັບຄວາມເທົ່າທຽມທາງເພດ ຕົວຕົນທາງເພດ ກໍ ເປັນສິ່ງໜຶ່ງທີ່ພວກເຮົາຕ້ອງໃຫ້ນໍ້າໜັກຄວາມສຳຄັນ ແລະ ບໍ່ສາມາດເບິ່ງຂ້າມ ແລະ ໃນຖານະທີ່ເປັນແພັດ ຟອມທີ່ມີຜູ້ໃຊ້ງານຫຼາຍທີ່ສຸດ ພວກເຮົາເຂົ້າໃຈເຖິງຄວາມສຳຄັນຂອງຄວາມຫຼວງຫຼາຍ ສິດໃນການສະແດງ ອອກ ແລະ ກຽດສັກສີຂອງທຸກຄົນ ມາຮ່ວມທົດລອງໃຊ້ເຄື່ອງມື ແລະ ຄຸນສົມບັດໃໝ່ຫຼ້າສຸດຂອງພວກເຮົາ ເພື່ອສະແດງຕົວຕົນຂອງທ່ານ ຜ່ານແພັດຟອມຂອງເຮົາ ແລະ ຍົກລະດັບຊຸມຊົນ LGBTQ+ ໄປພ້ອມກັນ ກັບຜູ້ໃຊ້ງານໃນທົ່ວໂລກ ໃນໄລຍະເດືອນແຫ່ງຄວາມພາກພູມໃຈນີ້.
(ສະບາໄພ)