ຍໍເສົາເອກ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນອະນຸບານ-ປະຖົມ ຫຼວງປະເສີດ

    ພິທີຍໍເສົາເອກ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນອະນຸບານ-ປະຖົມ ຫຼວງປະເສີດ ຈັດຂຶ້ນວັນທີ 10 ມິຖຸນາ 2022 ຢູ່ໂຮງຮຽນດັ່ງກ່າວ ບ້ານໂນນຄໍ້ເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນເອກ ສຸພາ ອິນທະວົງສາ ຫົວໜ້າກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊເສດຖາ ທ່ານ ສົມມະໂນນຶກ ຫຼວງປະເສີດ ຜູ້ອໍານວຍການບໍລິສັດ SK ສໍາຫຼວດ-ອອກແບບ ກໍ່ສ້າງເຄຫາສະຖານ ຈໍາກັດຜູ້ດຽວ ປະທານໂຮງຮຽນອະນຸບານ-ປະຖົມ ຫຼວງປະເສີດ ພ້ອມດ້ວຍອໍານວຍການ ອໍານາດການປົກຄອງບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.  

    ທ່ານ ສົມມະໂນນຶກ ຫຼວງປະເສີດ ກ່າວວ່າ:​ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນອະນຸບານ-ປະຖົມ ຫຼວງປະເສີດ ມີເນື້ອທີ່ 2.500​ ຕາແມັດ ເປັນອາຄານສູງ 3 ຊັ້ນ ປະກອບມີ 25 ຫ້ອງຮຽນ ສາມາດຮອງຮັບນັກຮຽນໄດ້ 600 ຄົນ ໃນນີ້ ຊັ້ນອະນຸບານມີ 6 ຫ້ອງ ຊັ້ນປະຖົມ 10 ຫ້ອງ ຫ້ອງພັກຄູ 1 ຫ້ອງ ຫ້ອງປະຊຸມ 1 ຫ້ອງ ສະໂມສອນ 1 ຫຼັງ ຫ້ອງຄອມພິວເຕີ 1 ຫ້ອງ ຫ້ອງທົດລອງ 1 ຫ້ອງ ຫ້ອງການ 2 ຫ້ອງ ຫ້ອງສະໝຸດ 1 ຫ້ອງ ໂຮງອາຫານ 1 ຫຼັງ ນອກນີ້ ຍັງມີສະໜາມກີລາບານເຕະເພື່ອຫຼິ້ນກີລາ ແລະ ເຮັດກິດຈະກຳນອກຫຼັກສູດຕ່າງໆ.

    ການກໍ່ສ້າງໂຮງຮຽນຫຼັງໃໝ່ນີ້ ຈະໃຊ້ເວລາ 12 ເດືອນໃຫ້ສຳເລັດສົມບູນ ແລະ ເປີດນຳໃຊ້ເປັນທາງການ ການລົງທຶນສ້າງໂຮງຮຽນແຫ່ງນີ້ຂຶ້ນ ຍ້ອນຄອບຄົວ ຫຼວງປະເສີດ ເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ ​ໂດຍສະເພາະໃນຂົງເຂດເມືອງໄຊເຊດຖາ ກໍຄືໃນເຂດກຸ່ມບ້ານໂນນຄໍ້ ໃຫ້ມີສະຖານທີ່ການສຶກສາທີ່ໄດ້ມາດຖານ ມີຄຸນນະພາບ ແລະ ມີຄວາມສະດວກສະບາຍ ແນໃສ່ເຮັດໃຫ້ລູກຫຼານມີສະຖານທີ່ໃນການສຶກສາທີ່ດີ ເພື່ອປະກອບສ່ວນໃນການພັດທະນາປະເທດຊາດ.

# ຂ່າວ – ພາບ : ສະບາໄພ

error: Content is protected !!