ພິທີລົງນາມບົດບັນທຶກວ່າດ້ວຍການປະສານງານສອງຝ່າຍ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງການເງິນ ຈັດຂຶ້ນວັນທີ 9 ມິຖຸນາ ຢູ່ ອອປສ ລະຫວ່າງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າ ອອປສ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຮອງຫົວໜ້າ ອອປສ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະປະສານງານຮ່ວມມືທັງສອງຝ່າຍ ເຂົ້າຮ່ວມ.

ບົດບັນທຶກດັ່ງກ່າວ ໄດ້ຮັບການຄົ້ນຄວ້າ ປຶກສາຫາລື ແລະ ເອກະພາບກັນກ່ຽວກັບການປະສານງານລະຫວ່າງ ອອປສ ແລະ ກະຊວງການເງິນ ໂດຍມອບໃຫ້ຄະນະປະສານງານຂອງສອງຝ່າຍຄື: ເປັນເສນາທິການໃຫ້ແກ່ຄະນະນຳກະຊວງການເງິນ ໃນການຄົ້ນຄວ້າ ສ້າງຮ່າງແຜນການ ສ້າງກົນໄກການເຄື່ອນໄຫວວຽກງານ ສ້າງນິຕິກໍາລຸ່ມກົດໝາຍ ແລະ ລະບຽບການກ່ຽວກັບການປະສານງານ ໃນການດໍາເນີນຄະດີອາຍາຕໍ່ຜູ້ກະທໍາຜິດກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ທີ່ເປັນການກະທຳຜິດທາງອາຍາ ເພື່ອນຳສະເໜີຄະນະນຳກະຊວງການເງິນ ພິຈາລະນາ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນບົດບັນທຶກຮ່ວມສອງພາກສ່ວນ ເປັນແຜນງານ ໂຄງການລະອຽດ ພ້ອມທັງຊີ້ນຳ-ນຳພາ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດ ຊີ້ນຳເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ສ່ວຍສາອາກອນຢູ່ແຕ່ລະຂັ້ນ ໃນການດຳເນີນການສືບສວນ-ສອບສວນ ຄະດີພາສີ ສ່ວຍສາອາກອນ ແລະ ການກະທຳຜິດອື່ນທີ່ກ່ຽວຂ້ອງ ຊີ້ນຳ-ນຳພາ ຄຸ້ມຄອງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ພາສີ ສ່ວຍສາອາກອນແຕ່ລະຂັ້ນ (ກົມພາສີ ພາສີປະຈຳແຂວງ ດ່ານພາສີສາກົນ ທ້ອງຖິ່ນ ກົມສ່ວຍສາອາກອນ ສ່ວຍສາອາກອນປະຈຳແຂວງ) ໃນການດໍາເນີນການສືບສວນ-ສອບສວນຄະດີພາສີ ສ່ວຍສາອາກອນ ແລະ ການກະທຳຜິດອື່ນໆທີ່ກ່ຽວຂ້ອງ ທີ່ເປັນການກະທໍາຜິດທາງອາຍາໃນຂອບເຂດທົ່ວປະເທດ ໃຫ້ວ່ອງໄວທັນກັບສະພາບຕົວຈິງ ແລະ ຖືກຕ້ອງຕາມກົດໝາຍ ຕິດຕາມ ຊຸກຍູ້ຫົວໜ້າກົມພາສີ ຫົວໜ້າພາສີປະຈໍາແຂວງ ຫົວໜ້າດ່ານພາສີສາກົນ ທ້ອງຖິ່ນ ຫົວໜ້າກົມສ່ວຍສາອາກອນ ຫົວໜ້າສ່ວຍສາອາກອນປະຈຳແຂວງ ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກສອງພາກສ່ວນທີ່່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນ.
ເປັນເຈົ້າການປະສານສົມທົບກັບອົງການໄອຍະການປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການປຶກສາຫາລືແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນເວລາດຳເນີນຄະດີ ເປັນຕົ້ນ ການກໍານົດເຫດການຂອງຄະດີ ຫຼື ການຕີຄວາມໝາຍຂອງກົດໝາຍ ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນໃຫ້ຖືກຕ້ອງຕາມກົດໝາຍ ຮຽກປະຊຸມຄະນະປະສານງານ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ແລະ ແກ້ໄຂບັນຫາຕ່າງໆທີ່ມີຄວາມຫຍຸ້ງຍາກໃນເວລາດຳເນີນຄະດີໃຫ້ຕົກໄປ ສະເໜີແຕ່ງຕັ້ງກອງເລຂາຊ່ວຍວຽກ ເພື່ອຊ່ວຍກະກຽມເອກະສານຕ່າງໆທີ່ຕອບສະໜອງໃຫ້ແກ່ວຽກງານເພື່ອຄວາມສະດວກໃນການປະສານງານກັບຄະນະປະສານງານ ອອປສ ແລະ ພາກສ່ວນກ່ຽວຂ້ອງ ຊອກຮູ້ ແລະ ເກັບກຳຂໍ້ມູນ-ຂ່າວສານ ກ່ຽວກັບການດໍາເນີນການສືບສວນ-ສອບສວນຄະດີຕໍ່ຜູ້ກະທໍາຜິດກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍອາກອນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ທີ່ເປັນການກະທຳຜິດທາງອາຍາຂອງເຈົ້າໜ້າທີ່ພາສີທີ່ປະຈຳກົມພາສີ ພາສີປະຈຳແຂວງ ດ່ານພາສີສາກົນ ທ້ອງຖິ່ນ ກົມສ່ວຍສາອາກອນ ສ່ວຍສາອາກອນປະຈຳແຂວງບຳລຸງ ສ້າງ ແລະ ຈັດເຝີກອົບຮົມວຽກງານການດຳເນີນຄະດີອາຍາໃຫ້ແກ່ເຈົ້າໜ້າທີ່ພາສີ ສ່ວຍສາອາກອນແຕ່ສູນກາງລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານດໍາເນີນການສືບສວນ-ສອບສວນ ຄະດີພາສີ ສ່ວຍສາອາກອນ ແລະ ຄະດີອື່ນທີ່ກ່ຽວຂ້ອງ ທີ່ເປັນການກະທໍາຜິດທາງອາຍາ ຕໍ່ກອງປະຊຸມຄະນະປະສານງານຮ່ວມ ແລະ ລາຍງານຂໍທິດຊີ້ນໍາກ່ຽວກັບການປະຕິບັດໜ້າທີ່ຂອງຕົນ ຈາກຄະນະນຳກະຊວງການເງິນ ຢ່າງເປັນປົກກະຕິ ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ໃນພິທີດັ່ງກ່າວ ອອປສ ຍັງໄດ້ມອບປຶ້ມກົດໝາຍຈຳນວນໜຶ່ງໃຫ້ກະຊວງການເງິນເປັນຕົ້ນ ປຶ້ມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ປຶ້ມປະມວນກົດໝາຍອາຍາ ຕື່ມອີກ.
# ຂ່າວ-ພາບ: ອອປສ