ເຈົ້າຄອງ ນວ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ 2 ໂຄງການພັດທະນາ

    ວັນທີ 9 ມິຖຸນາ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍການນໍາ ນວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການພັດທະນາໜອງບົວໃໝ່ ຂອງບໍລິສັດ ຮົງກົງ ໂລຕັສ ເລັກໂຮນດິ້ງ ຈໍາກັດ ເມືອງສີສັດຕະນາກ ແລະ ໂຄງການຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ເມືອງຫາດຊາຍຟອງ ນວ. 

    ການລົງເຄື່ອນໄຫວຄັ້ງນີ້ ທ່ານ ທິນນະກອນ ທອງຄໍາ ຮັກສາການເຈົ້າເມືອງສີສັດຕະນາກ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການພັດທະນາບ້ານໜອງບົວໃໝ່ ຂອງບໍລິສັດ ຮົງກົງ ໂລຕັສ ເລັກໂຮນດິ້ງ ຈໍາກັດ ມີບາງຕອນວ່າ: ຈາກການສຶກສາສໍາຫຼວດໂຄງການຕົວຈິງ ເຫັນວ່າ ມີເນື້ອທີ່ທີ່ຖືກໂຄງການທັງໝົດ 29 ເຮັກຕາ ມີປະຊາຊົນເຂົ້າໄປຈັບຈອງ ແລະ ນຳໃຊ້ທັງໝົດ 56 ຕອນດິນ ກວມເອົາ 3 ບ້ານ ຂອງເມືອງຄື: ສ້າງເຫວີຍ ຈອມເພັດໃຕ້ ແລະ ຈອມເພັດເໜືອ ມີມູນຄ່າຊົດເຊີຍທັງໝົດ 7.656.121.079 ກີບ ຫຼັງຈາກນັ້ນ ວັນທີ 16 ມີນາ 2017 ນວ ໄດ້ເຊັນສັນຍາວ່າດ້ວຍການສໍາປະທານກັບບໍລິສັດ ຮົງກົງ ໂລຕັສ ເລັກໂຮນດິ້ງ ຈຳກັດ ເພື່ອສ້າງເປັນເຂດພັດທະນາຕົວເມືອງໃໝ່ທີ່ທັນສະໄໝເຊັ່ນ: ສະຖານທີ່ຮັບຈັດງານລ້ຽງ ໂຮງຮຽນອະນຸບານ-ມັດທະຍົມສົມບຸນ ລະດັບສາກົນ ສວນອາຫານ ຮ້ານຊັບພະສິນຄ້າ ໂຮງແຮມ ໝູ່ບ້ານຈັດສັນ ອາພາສເມັນ ບ່ອນຈອດລົດທັນສະໄໝ ສວນສາທາລະນະ ໂຮງໝໍ ແລະ ບັນດາກິດຈະການອື່ນໆທີ່ບໍ່ຂັດກັບລະບຽບກົດໝາຍ ມູນຄ່າທັງໝົດ 50.000.000 ໂດລາສະຫະລັດ ອາຍຸສັນຍາສຳປະທານ 50 ປີ.

    ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດສັນຍາກໍໄດ້ມີຄວາມຄືບໜ້າບາງໜ້າວຽກຄື: ໄດ້ສຳເລັດການຈ່າຍຄ່າຊົດເຊີຍຂອງໂຄງການໃຫ້ພາກລັດ ມູນຄ່າ 7.656.121.079 ກີບ ເພື່ອນຳໄປຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດຊໍາລະຄ່າຊົດເຊີຍໄດ້ 41 ຕອນ ມີເນື້ອທີ່ 178,968 ຕາແມັດ ເທົ່າກັບ 73% ຍັງບໍ່ທັນຊົດເຊີຍ 15 ຕອນດິນ ເປັນດິນເຂດສະຫງວນຂອງລັດແຕ່ປະຊາຊົນນໍາໃຊ້ ປະຊາຊົນຈໍານວນໜຶ່ງບໍ່ຍອມຮັບເອົາຄ່າຊົດເຊີຍທີ່ຖືກຜົນກະທົບຈາກໂຄງການ ເຊິ່ງຕອນດິນດັ່ງກ່າວ ສ່ວນຫຼາຍແມ່ນມີເນື້ອທີ່ກວມເຂົ້າໄປໃຈກາງໜອງ ເຮັດໃຫ້ບໍລິສັດບໍ່ສາມາດໄປພັດທະນາໄດ້ ໄດ້ມີການຮ້ອງຟ້ອງຂອງປະຊາຊົນ 3 ຄອບຄົວ ເພື່ອຂໍເອົາຄ່າຊົດເຊີຍທີ່ດິນຄືກັບຜູ້ທີ່ມີສິດນໍາໃຊ້ຖາວອນ ພ້ອມທັງຂໍນະໂຍບາຍໃຫ້ພາກລັດແປງເນື້ອທີ່ດິນບໍລິເວນໂຄງການໃຫ້ພວກກ່ຽວເພື່ອທໍາການຜະລິດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມຊັກຊ້າ.

    ສ່ວນໂຄງການຂະຫຍາຍນໍ້າປະປາຈີ່ນາຍໂມ້ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ເປັນໂຄງການທີ່ໄດ້ຮັບທຶນສະໜັບສະໜູນເງິນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ດ້ວຍນະໂຍບາຍເງິນກູ້ຢືມດອກເບ້ຍຕໍ່າ ຕາມສັນຍາເງິນກຄ້ຍືມເລກທີ LS-P9 ມູນຄ່າກູ້ຍຶມ 10.271.000.000 ເຢັນ ດອກເບ້ຍ 0,01% ຕໍ່ປີ ສໍາລັບວຽກທີ່ປຶກສາ 0,7% ຕໍ່ປີ ສໍາລັບວຽກກໍ່ສ້າງ ໄລຍະໃຊ້ແທນຄືນ 30 ປີ ປົດໝີ້ 10 ປີ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງໂຄງການດັ່ງກ່າວ ດ້ວຍກໍາລັງການຜະລິດ 40.000 ແມັດກ້ອນຕໍ່ມື້ ເພີ່ມກໍາລັງການຜະລິດ ຈາກ 80.000 ແມັດກ້ອນຕໍ່ວັນ ມາເປັນ 120.000 ແມັດກ້ອນຕໍ່ວັນ ເມື່ອໂຄງການສໍາເລັດຈະສາມາດສະໜອງນໍ້າສະອາດໃຫ້ສັງຄົມໄດ້ຢ່າງພຽງພໍ ເຊິ່ງການກໍ່ສ້າງໄດ້ແບ່ງເປັນ 2 ວຽກຄື: ວຽກກໍ່ສ້າງ CP-1 ແລະ ວຽກສະໜອງຕິດຕັ້ງອຸປະກອນໄຟຟ້າ ແລະ ກົນຈັກ CP-2 ພາຍຫຼັງເຊັນສັນຍາເອົາບໍລິສັດຮັບເໝົາກໍ່ສ້າງໃນເດືອນຕຸລາ 2021 ທາງໂຄງການໄດ້ເອົາໃຈໃສ່ປະຕິບັດວຽກງານແຕ່ລະຂັ້ນຕອນ ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ ເຊິ່ງໄດ້ສໍາເລັດການຂໍຕົວເລກປະຈໍາຜູ້ເສຍອາກອນໃຫ້ບໍລິສັດຮັບເໝົາກໍ່ສ້າງ ສໍາເລັດການຈົດທະບຽນສັນຍາຮັບເໝົາກໍ່ສ້າງ CP-1 ແລະ ສໍາເລັດການດໍາເນີນເອກະສານເປີດບັນຊີ L/C ບໍລິສັດຮັບເໝົາ CP-1 ສ່ວນແຜນການໃນຕໍ່ໜ້າ ສືບຕໍ່ດໍາເນີນເອກະສານ ແລະ ບັນຫາຕ່າງໆທີ່ຍັງບໍ່ທັນສໍາເລັດ ແລະ ສູ້ຊົນໃຫ້ໄດ້ລົງມືກໍ່ສ້າງພາຍໃນເດືອນມິຖຸນານີ້.

    ໂອກາດນີ້ ເຈົ້າຄອງ ນວ ໄດ້ມີຄໍາເຫັນເປັນການຊີ້ນໍາ ພ້ອມນັ້ນ ຍັງໄດ້ເຄື່ອນໄຫວເບິ່ງສະພາບຕົວຈິງຂອງ ສອງໂຄງການທີ່ມີການພັດທະນາຊັກຊ້າຕື່ມອີກ.

.

# ຂ່າວ – ພາບ: ຂັນທະວີ

error: Content is protected !!