ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຕາມມະຕິທີ່ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ໄດ້ຮັບຮອງເອົາໃນກອງປະຊຸມ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ວັນທີ 7 ມິຖຸນາ 2022 ທ່ານນາງ ພິດສະໄໝ ຕົ້ນສະຫວັນ ຮອງປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ (ຄສຜງ) ສປ ນວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາຢູ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ໂດຍການຕ້ອນຮັບຂອງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ພ້ອມຄະນະ.

ທ່ານ ໄຊຍາ ໄຊມຸງຄຸນ ຫົວໜ້າຂະແໜງຈັດຕັ້ງ ບໍລິຫານ ແລະ ການເງິນ ພະແນກ ຍທຂ ນວ ກ່າວວ່າ: 6 ເດືອນຕົ້ນປີ 2022 ພະແນກ ຍທຂ ນວ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນລົງທຶນຂອງລັດ ດ້ວຍການຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ ຖະໜົນຫົນທາງ ສ້ອມແປງເສັ້ນທາງທີ່ເປ່ເພດ້ວຍການຖົມຂຸມນ້ອຍ-ໃຫຍ່ ແລະ ຕາບຂຸມດ້ວຍຢາງຂົ້ວ ປ່ຽນຝາປິດຂຸມພັກນໍ້າ ອະນາໄມຮ່ອງລະບາຍນໍ້າຕາມແຄມເສັ້ນທາງພາຍໃນຕົວເມືອງ ຄຸ້ມຄອງວຽກງານທາງນ້ຳ ກໍ່ສ້າງຕາຝັ່ງເຈື່ອນ ຄຸ້ມຄອງການປຸກສ້າງເຄຫາ-ຜັງເມືອງ ໃຫ້ຖືກຕ້ອງຕາມກົດໝາຍຜັງເມືອງ ແລະ ລະບຽບການ ຄຸ້ມຄອງການຂົນສົ່ງທາງບົກ ສຸມໃສ່ແກ້ໄຂການສັນຈອນແອອັດ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຕົວເມືອງ ດ້ວຍການລົງກວດກາການປຸກສ້າງທີ່ເຮັດຜິດລະບຽບ ແລະ ແກ້ໄຂບັນຫາການຮ້ອງຟ້ອງຜົນກະທົບຈາກການກໍ່ສ້າງ ກວດກາຄວາມຄືບໜ້າຂອງການປຸກສ້າງ ເພື່ອໃຫ້ເປັນໄປຕາມແບບທີ່ໄດ້ຮັບອະນຸຍາດໃນເບື້ອງຕົ້ນ ພ້ອມນີ້ ຍັງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາກໍ່ສ້າງເສັ້ນທາງເຊື່ອມຕໍ່ບັນດາເສັ້ນທາງຕ່າງໆພາຍໃນເມືອງ ແລະ ກຸ່ມບ້ານ ເພື່ອຮອງຮັບການສັນຈອນໃຫ້ສາມາດເຊື່ອມຕໍ່ ແລະ ມີຄວາມຄ່ອງຕົວດີຂຶ້ນ ດ້ວຍການກໍ່ສ້າງເສັ້ນທາງເບຕົງອັດສະຟານ ຕາມມາດຖານເຕັກນິກ ແລະ ລະບຽບການທີ່ກຳນົດໄວ້.
ສຸມໃສ່ປົກປັກຮັກສາ ປະສານສົມທົບກັບບັນດາຫ້ອງການ ຍທຂ 9 ເມືອງ ໃນ ນວ ເພື່ອເກັບກຳຂໍ້ມູນ ຄິດໄລ່ແຜນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນຕົວເມືອງເປັນປົກກະຕິ ເພື່ອຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກຕະຫຼອດປີ ເຊັ່ນ: ສຳເລັດໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ 4 ເສັ້ນ ຄື: ທາງເລກທີ 13 ເໜືອ 13 ໃຕ້ ທາງເລກ 10 ເລກ 11 ເໜືອ ສ້ອມແປງເສັ້ນທາງທີ່ເປ່ເພໃນ ນວ ສໍາເລັດໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ ແຕ່ສາມແຍກທາງເລກ 0120 (ນານົກຂຸ້ມ-ນາໄຊ-ທ່າກົກໄຮ) ໂຄງການສ້ອມແປງ ແລະ ຟື້ນຟູໄພພິບັດ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ນອກນີ້ຍັງໄດ້ເຄື່ອນໄຫວກວດກາລົດບັນທຸກໜັກ ຕາມເສັ້ນທາງ ແລະ ດ່ານກວດກາຊັ່ງນ້ຳໜັກຂອງແຕ່ລະຈຸດ ເຊິ່ງ 6 ເດືອນຜ່ານມາ ກວດກາລົດບັນທຸກໜັກໄດ້ 15.831 ຄັນ ປັບໃໝລົດບັນທຸກທີ່ບໍ່ປະຕິບັດຕາມລະບຽບການຂົນສົ່ງທາງບົກ 744 ຄັນ.
# ສະບາໄພ