ວັນທີ 9 ມິຖຸນາ 2022 ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຮັບການປະກອບສ່ວນຊ່ວຍເຫຼືອເງິນສົດ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ບູລະນະຄ້າຍຄູ ພາຍໃນວິທະຍາຄານດັ່ງກ່າວ ຕາງໜ້າຮັບຂອງທ່ານພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບພາກສ່ວນທີ່ນໍາເງິນສົດມາມອບຄັ້ງນີ້ປະກອບມີ ນັກສຶກສາບໍາລຸງວຽກງານ ປກສ-ປກຊ ຊຸດທີ 11 ມູນຄ່າ 15.000.000 ກີບ ຕາງໜ້າມອບຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງສາທາລະນະສຸກ ມອບອຸປະກອນການແພດເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການລະບາດພະຍາດໂຄວິດ-19 ມູນຄ່າ 136.500.000 ກີບ ຕາງໜ້າມອບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ອົງການປົກຄອງ ນວ ມອບເງິນສົດ 100.000.000 ກີບ ໂດຍຕາງໜ້າມອບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ.
.
# ຂ່າວ – ພາບ : ຂັນທະວີ