ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນວັນທີ 8 ມິຖຸນາ 2022 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ວ່າ: ສຳລັບຢູ່ ສປປ ລາວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສ້າງແຜນຟື້ນຟູການທ່ອງທ່ຽວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສໍາລັບປີ 2021-2025 ເຊິ່ງໄດ້ຮັບຮອງໃນວັນທີ 21 ກໍລະກົດ 2021 ທີ່ຜ່ານມາ ການລະບາດຂອງພະຍາດໂຄວິດ-19 ໃນລະຫວ່າງເດືອນເມສາ 2020 ຈົນເຖິງທ້າຍປີ 2021 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ອຸດສາຫະກຳການທ່ອງທ່ຽວຂອງລາວ ເຮັດໃຫ້ລະບົບຕ່ອງໂສ້ການທ່ອງທ່ຽວລາວຢຸດສະງັກເກືອບທັງໝົດ ເນື່ອງຈາກຜົນກະທົບດັ່ງກ່າວ ໃນປີ 2020 ຈຳນວນນັກທ່ອງທ່ຽວສາກົນທີ່ມາທ່ຽວ ສປປ ລາວ ໄດ້ຫຼຸດລົງເຖິງ 91,5% ທຽບໃສ່ປີ 2019 ແລະ ຂາດລາຍຮັບຫຼາຍກວ່າ 86% ເມື່ອທຽບໃສ່ປີ 2019 ຍິ່ງໄປກວ່ານັ້ນ ໃນປີ 2021 ສປປ ລາວ ແມ່ນບໍ່ມີຕົວເລກນັກທ່ອງທ່ຽວສາກົນເລີຍ (ຫຼື ເທົ່າກັບສູນຄົນ) ຍ້ອນສະພາບການປິດດ່ານສາກົນ ແລະ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າ-ອອກປະເທດ ຜົນກະທົບດັ່ງກ່າວ ເປັນສາເຫດຕົ້ນຕໍເຮັດໃຫ້ແຮງງງານໃນຂະແໜງການທ່ອງທ່ຽວ (ແຮງງານທາງກົງ ແລະ ທາງອ້ອມ) ໄດ້ຮັບຜົນກະທົບເກືອບທັງໝົດ ເຊັ່ນ: ບໍ່ໄດ້ຮັບຄ່າແຮງງານ ຖືກພັກວຽກຊົ່ວຄາວ ແລະ ຖາວອນ ຖືກຕັດເງິນເດືອນ ຜູ້ປະກອບການທຸລະກິດການທ່ອງ ທ່ຽວພົບກັບບັນຫາໜີ້ສິນເພີ່ມຂຶ້ນ ຄັງເງິນສົດສຳຮອງໝົດ ແລະ ໄດ້ແບກຫາບພາລະຄ່າໃຊ້ຈ່າຍບໍລິຫານຕ່າງໆເຊັ່ນ: ຄ່ານໍ້າ ຄ່າໄຟຟ້າ ແລະ ອື່ນໆ ຜົນກະທົບດັ່ງກ່າວ ເຮັດໃຫ້ທຸລະກິດທ່ອງທ່ຽວຂອງລາວປະມານ 30% ໄດ້ປິດກິດຈະການແບບຖາວອນ ຍ້ອນບໍ່ສາມາດປະຄອງທຸລະກິດໃຫ້ຢູ່ລອດໄດ້ ມາຮອດທ້າຍປີ 2021 ປະມານ 70% ຂອງທຸລະກິດການທ່ອງທ່ຽວລາວໄດ້ປັບປ່ຽນທຸລະກິດຫັນມາເນັ້ນໃສ່ຕະຫຼາດພາຍໃນປະເທດ ແລະ ຕັ້ງເປົ້າໝາຍການຕະຫຼາດໃໝ່ ຂະຫຍາຍການຂາຍທາງອອນລາຍ ແລະ ໂຄສະນາທາງອອນລາຍຫຼາຍຂຶ້ນ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະທີ 1 ມີບັນດາຫົວໜ່ວຍບໍລິການໃນຂະແໜງ ການທ່ອງທ່ຽວ ເຊັ່ນ: ບໍລິສັດທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ຮ້ານກິນດື່ມຈຳນວນຫຼາຍຕື່ນຕົວສະໝັກໃຈເຂົ້າຮ່ວມໂຄງການ ໂດຍການລົງທະບຽນນຳສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເປັນຕົ້ນແມ່ນ: ບໍລິສັດທ່ອງທ່ຽວຈຳນວນ 39 ຫົວໜ່ວຍ ໂຮງແຮມ-ເຮືອນພັກ 22 ຫົວໜ່ວຍ ຮ້ານອາຫານ 6 ຫົວໜ່ວຍ ສະຖານທີ່ທ່ອງທ່ຽວມີ 2 ຫົວໜ່ວຍ ເພື່ອຮັບປະກັນໃຫ້ການກະກຽມຄວາມພ້ອມດ້ານການບໍລິການຂອງບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການຈັດເຝິກອົບຮົມ ປະເມີນ ແລະ ຢັ້ງຢືນມາດຕະຖານສຸຂະນາໄມໃນຂະແໜງການທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດທີ່ຜ່ານການປະເມີນ ແລະ ຢັ້ງຢືນໃນເຂດພື້ນທີ່ສີຂຽວ ຄື: ພະນັກງານນຳທ່ຽວ 99 ຄົນ ພະນັກງານຂັບລົດ 57 ຄົນ ຮ້ານອາຫານ ແລະ ເຄື່ອງດື່ມ 40 ຫົວໜ່ວຍ ສະຖານທີ່ພັກແຮມ 12 ຫົວໜ່ວຍ ບໍລິສັດການບິນ 2 ຫົວໜ່ວຍ.

ໃນໄລຍະທີ 1 ທຸລະກິດທີ່ບໍລິການນຳເຂົ້ານັກທ່ອງທ່ຽວຕົວຈິງມີທັງໝົດ 18 ບໍລິສັດ ມີນັກທ່ອງທ່ຽວໃຊ້ບໍລິການທັງໝົດ 505 ຄົນ ໃນນັ້ນ ໄດ້ພົບເຫັນກໍລະນີຕິດເຊື້ອ ມີ 2 ກໍລະນີ ເຊິ່ງໄດ້ມີການດຳເນີນການຕາມມາດຕະການຂອງຄະນະສະເພາະກິດ.

ອີງຕາມຂໍ້ມູນເບື້ອງຕົ້ນນັບຕັ້ງແຕ່ວັນທີ 9 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 55.753 ຄົນ ຜູ້ເດີນທາງອອກ ຈຳນວນ 56.325 ຄົນ ນັກທ່ອງທ່ຽວພາຍໃນແຕ່ເດືອນມັງກອນ-ເມສາ 2022 ມີຈໍານວນ 463.907 ເທື່ອຄົນ ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 52.398.296 ໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນ ລາຍຈ່າຍສະເລ່ຍຕໍ່ຄົນ/ມື້ 45 ໂດລາສະຫະລັດ.

ປັດຈຸບັນ ສາມາດຕີລາຄາໄດ້ວ່າ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບການເປີດປະເທດຂອງ ສປປ ລາວ ຫຼາຍຂຶ້ນ ແລະ ບັນດາບໍລິສັດຄູ່ສັນຍາຢູ່ຕ່າງປະເທດແມ່ນໄດ້ຈອງລາຍການທ່ອງທ່ຽວກັບບັນດາບໍລິສັດຄູ່ສັນຍາຢູ່ພາຍໃນປະເທດ ເຊິ່ງຄາດວ່າໃນໄລຍະເດືອນມິຖຸນາ 2022 ເປັນຕົ້ນໄປ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຈະຄ່ອຍໆເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປລາວ ຫຼາຍຂຶ້ນ.
# ຂ່າວ – ພາບ : ເພັດສະໝອນ