ວັນທີ 9 ມິຖຸນາ 2022 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີແຮກສ່ຽວລະຫວ່າງ ກອງບັນຊາການທະຫານເມືອງສັງທອງ ກັບບ້ານເພຍລາດ ພາຍໃຕ້ການເປັນປະທານຂອງ ພັນໂທ ບົວລອຍ ໄຊຈະເລີນສຸກ ຫົວໜ້າກງອບັນຊາການທະຫານເມືອງສັງທອງ ທ່ານ ຄໍາປານ ສີວິໄລຟອງ ນາຍບ້ານເພຍລາດ ໂດຍມີທ່ານ ພົງສະຫວັນ ສີລິພັນ ເລຂາພັກເມືອງ ເຈົ້າເມືອງສັງທອງ ທ່ານ ພັ.ອ ບົວເງິນ ຫົງໄຂຄໍາ ຄະນະປະຈໍາພັກ ຮອງກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດານາຍ ແລະ ພົນທະຫານພາຍໃນກົມກອງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ສະບັບເລກທີ່ 566 / ກປທ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຕາມມູນເຊື້ອ ແລະ ບ້ານແຮກສ່ຽວ ຂອງກອງບັນຊາການທະການນະຄອນຫຼວງວຽງຈັນ ສະບັບເລກທີ 136 / ກບຊ ນວ ແລະ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຕາມມູນເຊື້ອ ແລະ ບ້ານແຮກສ່ຽວຂອງກອງບັນຊາການທະຫານເມືອງສັງທອງ ສະບັບເລກທີ 148 /ກບຊ, ສທ.
ໂອກາດດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງກົມກອງ ປະຫວັດຄວາມເປັນມາຂອງບ້ານເພຍລາດ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແຮກສ່ຽວ ທັງນີ້ກໍເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງກອງບັນຊາການທະຫານເມືອງສັງທອງ ກັບອົງການປົກຄອງບ້ານເພຍລາດ ໃນຂອບເຂດກົມກອງຕັ້ງທັບຢູ່ ແລະ ຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ກັບປະຊາຊົນ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພ້ອມກັນເຮັດສໍາເລັດໜ້າທີ່ໆການຈັດຕັ້ງມອບໝາຍໃຫ້.