ຫຼາຍພາກສ່ວນ ຮ່ວມກັນຈັດຕັ້ງປະຕິບັດໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າຢູ່ລາວ

   ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອະນຸຮັກສັດປ່າປະຈໍາ ສປປ ລາວ (WCS) ຈັດພິໄດ້ສະຫຼຸບຜົມການຈັດຕັ້ງປະຕິບັດໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າຢູ່ ສປປ ລາວ ແຕ່ປີ 2019-2022 ວັນທີ 9 ມິຖຸນາ 2022 ທີ່ໂຮງແຮມຄຣາວ ພລາຊາ ມີທ່ານ ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸຮັກສັດປ່າ ປະຈຳລາວ ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າຢູ່ ສປປ ລາວ ໄດ້ຮັບທຶນສະໜັບສະໜູນໂດຍ ອົງການປ້ອງກັນ ຫຼຸດຜ່ອນໄພຂົມຂູ່ສະຫະລັດອາເມຣິກາ ການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໄລຍະດັ່ງກ່າວ ແມ່ນເລັ່ງໃສ່ການສ້າງເຄືອຂ່າຍ ແລະ ພັດທະນາມາດຕະຖານ ຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ ປີ 2019 ອົງການອະນຸຮັກສັດປ່າ ແລະ ຄູ່ຮ່ວມງານລັດຖະບານ ໄດ້ເລີ່ມທົດລອງລະບົບເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ລະບົບດັ່ງກ່າວ ໄດ້ຮັບການພັດທະນາຂຶ້ນຈາກຄວາມພະຍາຍາມຜ່ານມາ ທີ່ກ່ຽວຂ້ອງກັບແນວຄວາມຄິດສຸຂະພາບໜຶ່ງດຽວຢູ່ປະເທດຫວຽດນາມ ລາວ ແລະ ກໍາປູເຈຍ ແນວຄວາມຄິດເລີ່ມຕົ້ນຢູ່ພາກພື້ນດັ່ງກ່າວ ໄດ້ຜັກດັນໃຫ້ລັດຖະບານຂອງແຕ່ລະປະເທດໃນການພັດທະນາ ແລະ ຈັດຕັ້ງປະຕິບັດເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ໂດຍເລັ່ງໃສ່ການເຝົ້າລະວັງພະຍາດ ແລະ ການຕາຍຂອງສັດປ່າຢູ່ໃນຂອບເຂດ ແລະ ບໍລິເວນອ້ອມຂ້າງປ່າສະຫງວນ.

    ເຄືອຂ່າຍການເຝົ້າລະວັງພະຍາດສັດປ່າທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຢູ່ລາວ ໄດ້ເຊື່ອມໂຍງຜູ້ທີ່ມັກປະເຊີນໜ້າກັບສັດປ່າເຊັ່ນ ນາຍພານ ຊາວບ້ານ ແລະ ພະນັກງານຢູ່ສູນຊ່ວຍເຫຼືອສັດປ່າ ນັກວິທະຍາສາດ ຜູ້ມີສິດອໍານາດໃນການຕັດສິນ ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ ທີ່ສາມາດດໍາເນີນການໃນການວິເຄາະສະຖານະການພະຍາດທີ່ອາດເປັນໄພຂົ່ມຂູ່ ແລະ ຫາແນວທາງປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ໂຄງການໄດ້ເລັ່ງໃສ່ການເຊື່ອມໂຍງຍຸດທະສາດເຫຼົ່ານີ້ເຂົ້າກັບບັນດາແຜນນະໂຍບາຍຂອງລັດຖະບານທີ່ມີຢູ່ແລ້ວ ເພື່ອປັບປຸງວຽກງານເຝົ້າລະວັງພະຍາດສັດປ່າໃຫ້ມີປະສິດທິຜົນ ແລະ ຄວາມຍືນຍົງ ວຽກງານການເຝົ້າລະວັງມີເປັນໜຶ່ງໃນບັນດາຍຸດທະສາດຫຼັກຂອງອົງການອະນຸຮັກສັດປ່າ ແລະ ລັດຖະບານລາວເພື່ອປົກປັກຮັກສາສັດປ່າ ແລະ ປ້ອງກັນການແຜ່ລະບາດຂອງພະຍາດທີ່ສັດປ່າເປັນແຫຼ່ງຖືເຊື້ອ ເນື່ອງຈາກການເຝົ້າລະວັງພະຍາດເຮັດໃຫ້ສາມາດກຳນົດໄພຂົມຂູ່ທີ່ເກີດຂຶ້ນໃໝ່ຕໍ່ກັບສັດປ່າ ແລະ ຖິ່ນອາໄສຂອງພວກເຂົາ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!