ທາງ​ລົດ​ໄຟ ​ລາວ-ຈີນ​ ຈະ​ເພີ່ມ​ພະ​ລັງ​ແຮງໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ຂອງ​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ ​ຢ່າງ​ບໍ່​ຢຸດ​ຢັ້ງ

    ວັນ​ທີ 3 ມິ​ຖຸ​ນາ​ 2022 ​ເປັນວັນ​ທີ່​ທາງ​ລົດ​ໄຟ​ ລາວ-ຈີນ ​ເປີດ​ບໍ​ລິ​ການ​ຄົບ​ຮອບ​ເຄິ່ງ​ປີ ການ​ຂົນ​ສົ່ງຜູ້​ໂດຍ​ສານ​ ແລະ ສິນ​ຄ້າ​​ຜ່ານ​ທາງ​ລົດ​ໄຟ​ດັ່ງ​ກ່າວ ​ໄດ້​ປາ​ກົດ​ມີ​ສະ​ພາບ​​ເພີ່ມ​ຂຶ້ນ​ໃນ​ດ້ານ​ປະ​ລິ​ມານ​ ແລະ ​ຄຸນ​ນະ​ພາບ​ພ້ອມ​ກັນ ​ເປັນ​ຊ່ອງ​ທາງ​ໃຫຍ່​ສາ​ກົນ​ດ້ານ​ການຈໍລະຈອນ​ສິນ​ຄ້າ​ນັບ​ມື້​​ພົ້ນ​ເດັ່ນ​ກວ່າ​ເກົ່າ ເຊິ່ງມາ​ຮອດ​ວັນ​ທີ 2 ມິຖຸນາ 2022 ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້ຂົນສົ່ງ​ຜູ້​ໂດຍ​ສານ​ລວມ 3,27 ລ້ານ​​ຄົນ ໃນ​ນີ້ ຕອນ​ພາຍ​ໃນ​ປະ​ເທດ​ຈີນ​ 2,86 ລ້ານ​​ຄົນ ຕອນ​ພາຍ​ໃນ​ປະ​ເທດ​ລາວ 410.000 ​ຄົນ ແລະ ໄດ້​ຂົນ​ສົ່ງ​ສິນ​ຄ້າ 4,03 ລ້ານ​ໂຕນ ໃນ​ນີ້​ສິນ​ຄ້າ​ຂ້າມ​ຊາດ 647.000 ​ໂຕນ ເສັ້ນທາງສຳຄັນປຽບເໝືອນເສັ້ນເລືອດໃຫຍ່ດ້ານ​ການ​ຄ້າສາ​ກົນ ​ທີ່ພັດ​ທະ​ນາ​ຂຶ້ນມາໃໝ່ສາຍນີ້​ ພວມກໍ່ຕົວ​ຂຶ້ນ.

    ພາຍ​ຫຼັງ​ທາງ​ລົດ​ໄຟ ​ລາວ-ຈີນ ​ເປີດ​ການ​ນຳ​ໃຊ້​ແລ້ວ ມີ 21 ແຂວງ ເຂດປົກຄອງຕົນເອງ ແລະ ​ກຳ ແພງນະ​ຄອນ​ຂອງ​ປະ​ເທດ​ຈີນ ​ໄດ້​ເປີດ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ ຕາມທາງ​ລົດ​ໄຟ​ ລາວ-ຈີນ ຕາມລຳດັບ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ຫຼາຍກວ່າ 100 ຊະ​ນິດ ໃນ​ໄລ​ຍະເວລາ​ສັ້ນໆ ເຂດ​ພາຍ​ໃນ​ຂອ​ງ​ປະ​ເທດ​ຈີນ​ກັບ​ປະ​ເທດ​ລາວ ໄທ ມາ​ເລ​ເຊຍ ມຽນ​ມາ ​ແລະ ​ປະ​ເທດ​ອື່ນໆ​ ໄດ້​ມີ​ການ​ຮ່ວມ​ມື​ດ້ານການ​ຄ້າ​ຢ່າງໃກ້​ຊິດກວ່າ​ເກົ່າ​ ແລະ​ ມີ​ການ​ພົວ​ພັນ​ທີ່ດີກວ່າ​ເກົ່າ ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ ວິ​ສາ​ຫະ​ກິດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຈຳ​ນວນຫຼາຍ ​ລ້ວນ​ແຕ່​ໄດ້ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ​ໃນລະ​ດັບ​ໃດ​ໜຶ່ງ ​ໃນ​ການ​ຈໍລະຈອນ​ສິນ​ຄ້າ ຕົ້ນ​ທຶນ​ການ​ນຳ​ເຂົ້າ​ສິນ​ຄ້າ​ເພີ່ມ​ຂຶ້ນ ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ບໍ່​ໝັ້ນ​ທ່ຽງ​ ແລະ​ ບັນ​ຫາ​ອື່ນໆ ຊ່ອງ​ທາງ​ໃຫຍ່​ທາງ​ລົດ​ໄຟ​ສາຍ​ໜຶ່ງທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ ເຮັດ​ໃຫ້​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ ​ແລະ ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ໄດ້​ກ້າວ​ເຂົ້າ​ສູ່ “ທາງ​ດ່ວນ” ດ້ານເສດ​ຖະ​ກິດ​ການ​ຄ້າ.

    ພາກ​ສ່ວນ​ທາງ​ລົດ​ໄຟ ​ຈີນ ​ແລະ ​ລາວ ​ໄດ້ວາງແຜນເຮັດວຽກໃນການປ້ອງ​ກັນ ​ແລະ​ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ​ວຽກ​ງານ​ຂົນ​ສົ່ງ​ຜູ້​ໂດຍ​ສານຢ່າງເປັນເອກະພາບ ວິ​ເຄາະ​ກົດ​ເກນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ຢ່າງມີວິ​ທະ​ຍາ​ສາດ ແລະ ​ຈັດ​ວາງ​ກຳລັງຂົນສົ່ງ​ຢ່າງ​ຖືກ​ຕ້ອງ ເຮັດ​ໃຫ້​ວິ​ທີ​ການອອກ​ເດີນ​ທາງມີຄວາມສົມ​ບູນ​ຂຶ້ນ ສາ​ມາດ​ຕອບ​ສ​ະ​ໜອງ​ຄວາມ​ຕ້ອງ​ການໃນ​​ການ​​ເດີນ​ທາງ​ຂອງ​​ຜູ້​ໂດຍ​ສານ​ ທີ່​ອາ​ໄສ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ ໃນ​ການ​ຢ້ຽມ​ຢາມ​ຍາດ​ຕິ​ພີ່​ນ້ອງ ການ​ເຂົ້າ​ຮຽນ ການ​ໄປ​ຫາ​ໝໍ ການ​ທ່ອງ​ທ່ຽວ ການ​ຄ້າ​ ແລະ ​ອື່ນໆ​ເປັນ​ຢ່າງ​ດີ ທາງ​ລົດ​ໄຟ ​ລາວ-ຈີນ ​ຕອນ​ພາຍ​ໃນ​ປະ​ເທດ​ຈີນ​ ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ “ປັບແຜນອອກ​ເດີນ​ທາງ​ໃນ​ທຸກ​ມື້” ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ເຊັ່ນ: ເພີ່ມຖ້ຽວລົດ​ໄຟ​ສາຍ​ດ່ວນ​ ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ ໄດ້​ເປີດ​ແລ່ນ​ລົດ​ໄຟ​ຜູ້​ໂດຍ​ສານ 43,2 ຂະ​ບວນ​ສະ​ເລ່ຍ​ຕໍ່​ວັນ ໄດ້​ເປີດ​ແລ່ນລົດໄຟສາຍດ່ວນ 65 ຂະ​ບວນຕໍ່ວັນ ໃນໄລຍະທີ່ມີຜູ້ໂດຍສານອອກເດີນທາງຫຼາຍທີ່ສຸດ ຂົນສົ່ງຜູ້​ໂດຍ​ສານ​ຫຼາຍ​ທີ່​ສຸດເຖິງ 3,3 ໝື່ນ​ຄົນ ຈຳ​ນວນ​ຜູ້​ໂດຍ​ສານ​ທີ່​ເພີ່ມ​ຂຶ້ນເລື້ອຍໆ​ ໄດ້​ຢືນ​ຢັນ​ໃຫ້​ເຫັນ​ແລ້ວວ່າ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ ລາວ ​ແລະ​ ຈີນ​ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ທາງ​ລົດ​ໄຟ​ ລາວ-ຈີນ​ ໃນ​ລະ​ດັບ​ສູງ.

    ໃນ 4 ເດືອນທຳອິດ ປີ 2022 ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ ​ກັບ ​ອາ​ຊຽນ ​​ບັນ​ລຸ​ເຖິງ 1.840 ຕື້ຢວນ ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ ເພີ່ມ​ຂຶ້ນ 7,2% ອາ​ຊຽນ​ ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ ​ໃນ​ຖາ​ນະ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ເຊື່ອມ​ຈອດກັບ​ຕະ​ຫຼາດ​ອາ​ຊີ​ໃຕ້ ແລະ ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄຽງ​ຄູ່​ກັບສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP) ເລີ່ມມີຜົນບັງ​ຄັບ​ໃຊ້​ເປັນ​ທາງ​ການ​ໃນ​ເດືອນ​ມັງ​ກອນ 2022 ທາງ​ລົດ​ໄຟ ​ລາວ-ຈີນ ໄດ້​ສ້າງ​ຊ່ອງ​ທາງຈໍລະຈອນ​ສິນ​ຄ້າ​ຂ້າມ​ຊາດ ​ທີ່​ສະ​ດວກ ​ແລະ ​ວ່ອງ​ໄວ ​ລະ​ຫວ່າງ ​ຈີນ ​ກັບ ​ອາ​ຊຽນ ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່ເຂົ້າໃສ່ຂະ​ບວນການຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ​ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ ​ຈີນ ​ແລະ ​ລາວ​ ກໍ​ຄື​ປະ​ຊາ​ຊົນ​ອາ​ຊຽນ.

    ພວກ​ເຮົາ​ເຊື່ອໝັ້ນວ່າ ຄຽງ​ຄູ່​ກັບ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ທາງ​ລົດ​ໄຟ​ ລາວ-ຈີນ​ ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟສາຍນີ້ ແລະ​ ຈະ​ເພີ່ມ​ພະ​ລັງ​ແຮງອັນ​ເຂັ້ມ​ແຂງ​ໃຫ້​​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ ການຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ​ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ຄ້າ​ລະ​ຫວ່າງ​ ຈີນ ​ກັບ​ ອາ​ຊຽນ​ ແລະ ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ ລາວ-ຈີນ ​ຢ່າງ​ແນ່ນອນ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!