ການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ຂອງ ມຊ ຄາດວ່າຈະສຳເລັດປີ 2025

    ເພື່ອສາມາດຕອບສະໜອງຕໍ່ກິດຈະກໍາການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ແລະ ເພື່ອຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016 ຫາ 2025 ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນ ລົງສູ່ພາກປະຕິບັດຕົວຈິງ ເຮັດໃຫ້ນັກສືກສາມີໂອກາດຮຽນຮູ້ຈາກພາກສະໜາມຫຼາຍຂື້ນ ແລະ ເພື່ອປະຕິບັດຕາມຄໍາຂວັນ 6 ສ ເວົ້າລວມ ເວົ້າສະເພາະ ແມ່ນປະຕິບັດຕາມ ສ ສີຂຽວ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

    ທ່ານ ສິນທະວອນ ດາລາວົງ ຄະນະບໍດີຄະນະສະຖາປັດຕະຍະກໍາສາດ ມຊ ໃຫ້ສໍາພາດວ່າ: ຄະນະສະຖາປັດຕະຍະກໍາສາດ ມຊ ໄດ້ມີການສຶກສາຄວາມເປັນໄປໄດ້ໃນການອອກແບບ ວາງແຜນ ແລະ ສ້າງໃຫ້ເຂດສວນປ່າສັກ ທີ່ຢູ່ໃນພື້ນທີ່ບໍລິເວນຄະນະສະຖາປັດຕະຍະກໍາສາດ ເພື່ອສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ ຫຼື ເອີ້ນວ່າ: LEARNING PARK ໂດຍມີເນື້ອທີ່ທັງໝົດ 4 ເຮັກຕາກວ່າ ສວນສາທາລະນະເພື່ອການຮຽນຮູ້ແຫ່ງນີ້ ປະກອບມີເຮືອນຊົນເຜົ່າທ້ອງຖິ່ນຕ່າງໆຂອງທຸກພາກໃນ ສປປ ລາວ ປະດັບປະດາເອ້ຢ້ອງດ້ວຍສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ຈັດວາງທາງຍ່າງເຊື່ອມຕໍ່ກັບຈຸດຕ່າງໆພາຍໃນສວນ ທັງເປັນພື້ນທີ່ແລ່ນອອກກໍາລັງກາຍ ແລະ ເປັນບ່ອນໃຫ້ນັກສຶກສາຮຽນຮູ້ການອອກແບບ ການນໍາໃຊ້ວັດສະດຸ ແລະ ການຈັດວາງທີ່ເໝາະສົມໃນແຕ່ລະພື້ນທີ່ ມີສາລາໃນຮົ່ມ ແລະ ຫໍມູນເຊື້ອຂອງ ມຊ ທີ່ອອກແບບໃຫ້ມີລັກສະນະສະເພາະ ເປັນບ່ອນວາງສະແດງການກໍາເນີດ ແລະ ການຂະຫຍາຍຕົວຂອງ ມຊ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ.

    ສໍາລັບໂຄງການກໍ່ສ້າງສວນສາທາລະນະແຫ່ງນີ້ ແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2021 ຫາ 2022 ຄາດວ່າປີ 2024-2025 ຈະໃຫ້ສໍາເລັດ ເຊິ່ງມີມູນຄ່າການກໍ່ສ້າງໃນເບື້ອງຕົ້ນແມ່ນປະມານ 6 ຕື້ກີບ.

# ຂ່າວ – ພາບ :  ບຸນມີ

error: Content is protected !!