ສືບຕໍ່ເລົ່າສິນທໍາຄວບຄຸມຢາເສບຕິດຢູ່ໂຮງຮຽນແກ້ວປັນຍາ

    ວັນທີ 8 ມິຖຸນາ 2022 ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນແກ້ວປັນຍາ ເມືອງໄຊເສດຖາ ນວ ມີພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 285 ຄົນ.

    ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ ຢາເສບຕິດເປັນໄພອັນຕະລາຍຕໍ່ຊີວິດ ແລະ ສັງຄົມ ພ້ອມນັ້ນ ຢາສູບຍັງເປັນອີກສ່ວນໜຶ່ງທີ່ທໍາລາຍສຸຂະພາບຂອງມວນມະນຸດ ດັ່ງນັ້ນ ເພື່ອເປັນການປູກຈິດສໍານຶກໃຫ້ແກ່ເດັກນ້ອຍ ນັກຮຽນ ແລະ ນັກສຶກສາ ໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ໂທດຂອງຢາດັ່ງກ່າວ ເຊິ່ງການລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດຄັ້ງນີ້ ເປັນສ່ວນໜຶ່ງປະກອບສ່ວນໃຫ້ແກ່ເດັກນັກຮຽນຫ່າງໄກຈາກສິ່ງເສບຕິດ ພ້ອມນັ້ນ ຍັງປະກອບສ່ວນໃນການສ້າງຊັບພະຍາກອນມະນຸດທີ່ດີຂອງສັງຄົມ ກໍຄືຂອງຊາດໃນອະນາຄົດ.

   ສໍາລັບການຈັດກິດຈະກໍາດັ່ງກ່າວ ໄດ້ຮັບການສະໜັບສະໜູນການປະກອບສ່ວນວັດຖຸສິ່ງຂອງ ແລະ ອຸປະກອນການຮຽນຈາກທ່ານ ທຸ່ນຄໍາ ຊະນະສີສານ ນາງ ວິມົນພອນ ນາງ ວິໄລພອນ ທ່ານ ວິລະສັກ ນາງ ມະນີພອນ ນາງແກ້ວ ທ່ານ ຄໍາຜົງ ປານີຈິດ ແລະ ທ່ານ ສົມພົງ ສູນທະລາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!