ທຳລາຍສິນຄ້າໝົດອາຍຸ ແລະ ເສຍຄຸນ ມູນຄ່າ 24 ລ້ານກີບ ຢູ່ເມືອງຕົ້ນເຜິ້ງ

    ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີທຳລາຍອາຫານແຫ້ງ-ເຄື່ອງດື່ມໝົດອາຍຸ-ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມເມື່ອອາທິດຜ່ານມາ ຢູ່ຫ້ອງການສາທາລະນະສຸກເມືອງຕົ້ນເຜິ້ງ ມີທ່ານນາງ ສາຍຊົນ ອຸ່ນອົກ ຮອງເຈົ້າເມືອງຕົ້ນເຜິ້ງ ທ່ານ ທອງຄຸນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມຄະນະກຳມະການກວດກາອາຫານ ແລະ ຢາ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ວິຊາການໜ່ວຍງານອາຫານ ແລະ ຢາ ເມືອງຕົ້ນເຜິ້ງ ໄດ້ລາຍງານການລົງຈັດຕັ້ງປະຕິບັດຂອງທີມງານກວດກາຮ້ານຈໍາໜ່າຍອາຫານແຫ້ງ-ເຄື່ອງດື່ມໝົດອາຍຸ ແລະ ຮ້ານຂາຍເຄື່ອງສຳອາງຢູ່ພາຍໃນເມືອງຕົ້ນເຜິ້ງ ເຊິ່ງທາງທີມງານໄດ້ລົງກວດກາໃນວັນທີ 24 – 27 ພຶດສະພາ 2022 ຢູ່ໃນຕະຫຼາດຂາຍເຄື່ອງຍົກ-ຍ່ອຍ ຮ້ານອາຫານຕາມເທສະບານເມືອງ ເຂດສີເມືອງງາມ ນໍ້າເກິ່ງ ຂຸນບົງ ບ້ານມອມ ແລະ ສີບຸນເຮືອງ ຜ່ານການລົງກວດກາ ພົບວ່າຍັງມີອາຫານ ເຄື່ອງດື່ມໝົດອາຍຸວາງຈໍາໜ່າຍຢູ່ຕາມຮ້ານຄ້າ ຜູ້ປະກອບການບາງຮ້ານ ເວລາທີມງານກວດພົບເຄື່ອງໝົດອາຍຸ ແລະ ເສຍຄຸນ ຜູ້ປະກອບການບໍ່ເອົາໃຈໃສ່ເບິ່ງ ວັນ ເດືອນ ປີ ໝົດອາຍຸໃນເວລາຊື້ເຄື່ອງເຂົ້າຮ້ານ ເຊິ່ງເຄື່ອງໝົດອາຍຸທີ່ກວດພົບ ສ່ວນໃຫຍ່ແມ່ນເຄື່ອງດື່ມປະເພດນໍ້າອັດລົມ ນົມ ໜີ່ສຳເລັດຮູບ ຄີມທາໜ້າ ແລະ ອື່ນໆ ລວມທັງໝົດ 61 ລາຍການ ມູນຄ່າ 24 ລ້ານກີບ.

    ທ່ານນາງ ສາຍຊົນ ອຸ່ນອົກ ກ່າວວ່າ: ບັນຫາເຄື່ອງໝົດອາຍຸ ເປັນບັນຫາທີ່ພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງຂັ້ນບ້ານ ແລະ ທຸກພາກສ່ວນໃນສັງຄົມ ຕ້ອງໄດ້ເປັນເຈົ້າການນໍາກັ ນທັງໃນເວລາລົງກວດກາຕົວຈິງຂອງຄະນະກຳມະການ ແລະ ໃນເວລາຊື້ເຄື່ອງອຸປະໂພກ-ບໍລິໂພກໃນຊີວິດປະຈໍາວັນ ເວລາຊື້ເຄືີ່ອງ ຕ້ອງໄດ້ກວດກາເບິ່ງວັນເດືອນປີໝົດອາຍຸໃຫ້ດີ ເນື່ອງຈາກຮ້ານຄ້າຈໍານວນໜຶ່ງຍັງມີການວາງຈໍາໜ່າຍສິນຄ້າທີ່ໝົດອາຍຸ ແລະ ເສຍຄຸນ ຍ້ອນເຫັນແກ່ຜົນກຳໄລຂອງຕົນ ໂດຍບໍ່ຄຳນຶງເຖິງບັນຫາສຸຂະພາບຂອງຜູ້ບໍລິໂພກ ແລະ ບາງຄັ້ງ ຜູ້ບໍລິໂພກເອງກໍບໍ່ໄດ້ເອົາໃຈໃສ່ກວດກາເບິ່ງ ວັນ ເດືອນປີ ໝົດອາຍຸ ບາງຄັ້ງ ທັງທີ່ຮູ້ວ່າສິນຄ້າໃກ້ໝົດອາຍຸ ແຕ່ກໍຍັງຊື້ ຍ້ອນເຫັນແກ່ລາຄາທີ່ຖືກ ຍ່ອມເຍົາ ເຊິ່ງມັນຈະສົ່ງຜົນເສຍຕໍ່ສຸຂະພາບຜູ້ທີ່ບໍລິໂພກເຄື່ອງດັ່ງກ່າວ ທັງໄລຍະສັ້ນ ແລະ ໄລຍະຍາວ.

error: Content is protected !!