ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 13

    ໃນວັນທີ 7 ມິຖຸນາ 2022 ຜ່ານມາ ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ຄະນະປະສານງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ການຮ່ວມມືທາງດ້ານເສດຖະກິດດີຈິຕອນໃນອາຊຽນ ພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19” ໂດຍການເປັນເຈົ້າພາບຂອງສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກໄທ ໃນຮູບແບບທາງໄກ.

    ກອງປະຊຸມດັ່ງກ່າວ ເປັນກົນໄກທີ່ສຳຄັນຂອງໄອປາ (AIPA) ໂດຍມີຈຸດປະສົງໃຫ້ບັນດາລັດຖະສະພາສະມາຊິກ ໄດ້ຮ່ວມກັນແລກປ່ຽນ ທົບທວນຄືນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ທີ່ມີການຮັບຮອງເອົາຮ່ວມກັນໃນກອງປະຊຸມສະມັດຊາໃຫຍ່ໄອປາໃນແຕ່ລະປີ ກອງປະຊຸມຄັ້ງນີ້ ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ ປຶກສາຫາລືກັນຕໍ່ຫົວຂໍ້ ການຮ່ວມມືທາງດ້ານເສດຖະກິດດີຈີຕອນໃນອາຊຽນ ພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິ ຈຳນວນ 8 ສະບັບ ໃນຂົງເຂດວຽກງານການເມືອງ ເສດຖະກິດ ສັງຄົມ ແລະ ວຽກງານສະມາຊິກສະພາແຫ່ງຊາດເພດຍິງຂອງໄອປາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 42 ທີ່ບຣູໄນ ດາຣູຊາລາມ ເປັນເຈົ້າພາບ ໃນປີ 2021 ຜ່ານມາ.

    ໂອກາດນີ້ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ລາຍງານກ່ຽວກັບການຜັນຂະຫຍາຍ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 42 ຜ່ານມາ ເຊິ່ງສະພາແຫ່ງຊາດລາວ ໄດ້ຫັນເອົາບັນດາມະຕິດັ່ງກ່າວມາປັບໃຊ້ເຂົ້າກັບລະບຽບກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເພື່ອຊຸກຍູ້ການເສີມສ້າງຄວາມໝັ້ນຄົງທາງດ້ານໄຊເບີ ແລະ ການປົກປ້ອງຂໍ້ມູນທາງໄຊເບີ ການສົ່ງເສີມຄວາມໝັ້ນຄົງຂອງມະນຸດ ໃນການນຳໃຊ້ລະບົບດີຈິຕອນຢ່າງເທົ່າທຽບກັນ ການສົ່ງເສີມການທູດລັດຖະສະພາ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ການນຳໃຊ້ລະບົບດີຈິຕອນຢ່າງເທົ່າທຽມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຂະໜາດນ້ອຍ ແລະ ກາງ ແລະ ເສີມສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງເສດຖະກິດຈຸລະພາກ ການຟື້ນຟູເສດຖະກິດຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ການນໍາໃຊ້ລະບົບດີຈິຕອນ ເຂົ້າໃນວຽກງານການຫລຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດການຫັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງລົງສູ່ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າໝາຍລະດັບຊາດມີປະສິດທິຜົນ ແລະ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງເພດຍິງ ໃນການປະຕິບັດໜ້າທີ່ວຽກງານໃນອະນາຄົດ ໂດຍຜ່ານການນໍາໃຊ້ລະບົບດີຈິຕອນ ແລະ ການເງິນ ພ້ອມກັນນັ້ນ ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດດີຈິຕອນໃນອາຊຽນ ພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສະພາແຫ່ງຊາດລາວ ໄດ້ມີການປັບປຸງນະໂຍບາຍ ແລະ ກົດໝາຍຫຼາຍສະບັບ ພ້ອມທັງຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈິຕອນແຫ່ງຊາດ 20 ປີ (2021-2040) ເຊິ່ງຈະເປັນປັດໄຈສໍາຄັນໃນການພັດທະນາເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.

    ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 13 ໂດຍການລົງລາຍເຊັນຜ່ານທາງເອເລັກໂຕຣນິກ ເຊິ່ງບົດລາຍງານດັ່ງກ່າວ ຈະຖືກນຳໄປລາຍງານໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43 ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ 2022 ທີ່ລາຊະອານາຈັກກໍາປູເຈຍ ນອກຈາກນັ້ນ ກອງປະຊຸມຍັງໄດ້ຕົກລົງເຫັນດີໃຫ້ ສສ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 14 ໃນປີ 2023.

# ບຸນມີ

error: Content is protected !!