ເປີດນໍາໃຊ້ບໍລິການ Vaccine ID/ Vaccine Passport ແລະ ລະບົບການປິ່ນປົວຕົນເອງຢູ່ບ້ານ

ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງສາທາລະນະສຸກ ຈັດພິທີໄຂນໍາໃຊ້ບໍລິການ Vaccine ID/Vaccine Passport ແລະ ລະບົບການປິ່ນປົວຕົນເອງຢູ່ບ້ານ ຂຶ້ນວັນທີ 8 ມິຖຸນາ ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍ ຄະນະປະຈໍາພັກ ນວ ຫົວໜ້າກົມ ຮອງກົມ ພະແນກການອ້ອມຂ້າງກະຊວງ ແລະ ນວ ຕະຫຼອດຮອດເຈົ້າເມືອງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

 ທ່ານ ທະວີສັກ ມະໂນທໍາ ຫົວໜ້າສູນບໍລິຫານລັດດິຈິຕອນ ຄະນະຮັບຜິດຊອບປັບປຸງ ພັດທະນາ ແລະ ສົ່ງເສີມການນໍາໃຊ້ບໍລິການ Vaccine ID ແລະ Home Isolation ໄດ້ລາຍງານກ່ຽວກັບຄວາມເປັນມາຂອງການພັດທະນາບໍລິການດັ່ງກ່າວ ເຊິ່ງເປັນການຕໍ່ຍອດບໍລິການ ລາວ ສູ້ສູ້ ທີ່ ກຕສ ໄດ້ເປີດໂຕຮ່ວມກັບກະຊວງ ສາທາລະນະສຸກ ໃນວັນທີ 5 ກໍລະກົດ 2021 ກຕສ ໄດ້ສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ບໍລິສັດ ເອັສບີເລັບ-856 ຈຳກັດ ແລະ ບໍລິສັດ ລາຍລາວແລັບ ໄອຊິທີໂຊລູເຊີນ ຈຳກັດ ພັດທະນາລະບົບ Vaccin ID/Vaccine Passport ແລະ ລະບົບ Home Isoletion ເພື່ອໃຫ້ບໍລິການປະຊາຊົນລາວທົ່ວປະເທດແບບບໍ່ເສຍຄ່າ ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທັງເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດປະເທດໃຫ້ມີຄວາມປອດໄພ ໂດຍໃນໄລຍະທຳອິດ ແມ່ນເລັ່ງນໍາໃຊ້ຢູ່ບັນດາເມືອງ ໃນ ນວ ກ່ອນ ແລ້ວຈຶ່ງຂະຫຍາຍໄປຫາບັນດາແຂວງໃນທົ່ວປະເທດ. ລະບົບ Vacin ID/Vaccine Passport ເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຢັ້ງຢືນການສັກວັກຊີນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະແພດໝໍ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ມີຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ ລະບົບປິ່ນປົວຢູ່ບ້ານ Horne Isolation ເປັນລະບົບທີ່ຊ່ວຍໃຫ້ປະຊາຊົນ ສາມາດລົງທະບຽນປິ່ນປົວພະຍາດໂຄ ວິດ-19 ດ້ວຍຕົນເອງ ໂດຍຜູ້ຕິດເຊື້ອສາມາດກັກຕົວ ປິ່ນປົວຕົນເອງຢູ່ບ້ານ ແລະ ແພດໝໍສາມາດຄັດເລືອກຄົນເຈັບທີ່ມີອາການໜັກເຂົ້າມາປິ່ນປົວຢູ່ໂຮງໝໍໄດ້ທັນເວລາ ແລະ ໃຫ້ຄໍາແນະນໍາໃນການປິ່ນປົວ ແກ່ຄົນເຈັບທີ່ກັກຕົວ ປິ່ນປົວຢູ່ບ້ານໂດຍກົງຜ່ານຂະບົບອອນລາຍ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີໃນການຫັນເປັນທັນສະໄໝ ໃນນີ້ ມີບາງຕອນກ່າວວ່າ: “ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນຈະບໍ່ໜັກໜາຮຸນແຮງແລ້ວກໍຕາມ ແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ຕິດຕາມ ຄວບຄຸມ ແລະ ເຝົ້າລະວັງຕໍ່ໄປ ດ້ວຍການຫັນເປັນທັນສະໄໝຕາມທ່າອ່ຽງຂອງໂລກ ການນໍາໃຊ້ Vaccine ID/Vaccine Passport ແລະ Home Isolation ແມ່ນເຄື່ອງມືທີ່ຈໍາເປັນແກ່ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ໃນການຂຶ້ນທະບຽນສະຖານະພາບການໄດ້ຮັບຢາວັກຊີນຂອງຕົນແບບລວມສູນ ສະດວກ ວ່ອງໄວ ປອດໄພ ແລະ ໂປ່ງໃສແທ້ ທັງເປັນພື້ນຖານ ແລະ ເພື່ອເປັນທາງເລືອກໃນການນໍາໃຊ້ ເພື່ອເດີນທາງເຂົ້າ-ອອກປະເທດ”.

 # ຂ່າວ – ພາບ: ວຽງມາ

error: Content is protected !!