ຫາລືວຽກງານໃນການສ້າງເງື່ອນໄຂໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ມີສ່ວນຮ່ວມເພື່ອພັດທະນາປະເທດຊາດ

    ວັນທີ 7 ມິຖຸນາ 2022 ຜ່ານມາ ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ (ສນຊ) ທ່ານ ຫຽມ ພົມມະຈັນ ຮອງປະທານບໍ່ປະຈຳການ ສນຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເຊິ່ງນຳໂດຍທ່ານ ພູເງິນ ສີອະໂນໄທ ກຳມະການ ສນຊ ຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວປະຈຳຢູ່ປະເທດການາດາ ທັງເປັນພິທີກອນລາວ ຢູ່ໂທລະພາບລາວທີວີການາດາ ນຳຄະນະມາຢ້ຽມຢາມຄັ້ງນີ້.

    ຈຸດປະສົງການພົບປະຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລືກັນກ່ຽວກັບວຽກງານຕ່າງໆຂອງແນວລາວສ້າງຊາດໃນຕໍ່ໜ້າ ເຊັ່ນ: ການພົວພັນປະສານສົມທົບກັນລະຫວ່າງສອງຝ່າຍ ການແລກປ່ຽນບົດຮຽນນຳກັນທາງດ້ານເຕັກນິກ-ວິຊາການ ການສ້າງເງື່ອນໄຂໃຫ້ຄົນເຊື້ອຊາດລາວໄດ້ກັບມາຢ້ຽມຢາມລາວ ມາເຮັດທຸລະກິດຢູ່ລາວ ການມາມີສ່ວນຮ່ວມໃນການພັດທະນາປະເທດລາວ ການນຳເອົາບົດຮຽນ-ຄວາມຮູ້ຄວາມສາມາດດ້ານຕ່າງໆຂອງຕົນມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢູ່ລາວ ລວມທັງການຊອກເງື່ອນໄຂໃນການສ້າງວັດວາອາຮາມຢູ່ປະເທດການາດາ ພ້ອມທັງການຄົ້ນຄວ້າເອົາພະສົງຈາກປະເທດລາວ ໄປປະຈຳຢູ່ວັດດັ່ງກ່າວ ເພື່ອເປັນການສ້າງເງື່ອນໄຂໃຫ້ຄົນລາວທີ່ນັບຖືສາສະໜາພຸດທີ່ດຳລົງຊີວິດຢູ່ປະເທດການາດາ ໄດ້ມີໂອກາດພົບພໍ້ກັນ ໃນເວລາມາທຳບຸນສິນກິນທານ ຮັບຟັງການເທດສະໜາ ແລະ ອື່ນໆ.

    ທ່ານ ພູເງິນ ສີອະໂນໄທ ຍັງໄດ້ນໍາສະເໜີກ່ຽວກັບຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຢູ່ປະເທດການາດາ ການຄົ້ນຄວ້າຄົນລາວເພື່ອເຂົ້າມາມີສ່ວນຮ່ວມໃນການເຮັດໜ້າທີ່ດັ່ງກ່າວແມ່ນມີໜ້ອຍ ສ່ວນຫຼາຍແມ່ນດ້ວຍຄວາມສະໝັກໃຈຂອງໃຜລາວ ໂອກາດດັ່ງກ່າວ ທ່ານ ນາງ ແພງພັນ ບຸບຜາພອນ ຄະນະພັກ ຫົວໜ້າກົມໂຄສະນາ ກໍໄດ້ລາຍງານສະພາບລວມຂອງກົມໂຄສະນາ ໃຫ້ທາງຄະນະໄດ້ຮັບຊາບ ພ້ອມທັງນຳພາຢ້ຽມຊົມຫ້ອງເຮັດວຽກຂອງກົມໂຄສະນາ ແລະ ຫໍມູນເຊື້ອຂອງແນວລາວສ້າງຊາດອີກດ້ວຍ.

# ແຫຼ່ງຂໍ້ມູນຈາກ ສູນກາງແນວລາວສ້າງຊາດ

error: Content is protected !!