ຄສຜງ ສປ ນວ ສືບຕໍ່ຊຸກຍູ້ວຽກງານຂົງເຂດເສດຖະກິດ

    ທ່ານ ສົມບັດ ຈັນທະມາດ ຄະນະປະຈຳ ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ (ຄສຜງ) ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມຄະນະ ສືບຕໍ່ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ນວ ວັນທີ 6 ມິຖຸນາ 2022 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ປອ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ພ້ອມດ້ວຍຄະນະ.

    ໂອກາດນີ້ ທ່ານ ປອ ເສີມຄຳ ທຸມມະວົງສາ ກໍໄດ້ລາຍງານວ່າ: ໄລຍະ 6 ເດືອນຕົ້ນປີ 2022 ພະແນກພະລັງງານ ແລະ ບໍ່ແຮ່ ນວ ໄດ້ນຳໃຊ້ງົບປະມານຂອງລັດ ໃນການກໍ່ສ້າງ ຕິດຕັ້ງການສຳຫຼວດ ແລະ ພັດທະນາວຽກງານໃນຂົງເຂດທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນ ເຊິ່ງໄດ້ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ 8 ໂຄງການ ປະກອບເອກະສານຂຶ້ນແຜນຊຳລະແລ້ວ 5 ໂຄງການ ແລະ ໄດ້ສຳເລັດການຊຳລະແລ້ວ 1 ໂຄງການ ເທົ່າກັບ 4,54% ຂອງແຜນການ ສາມາດຈັດເກັບລາຍຮັບຄ່າທຳນຽມເຂົ້າງົບປະມານ 31,14% ຄ່າບໍລິການວິຊາການ 60,6% ທຽບໃສ່ແຜນການປີ 2022 ຊຸກຍູ້ບັນດາບໍລິສັດທີ່ດໍາເນີນກິດຈະການບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃຫ້ເອົາໃຈໃສ່ປະຕິບັດລະບຽບກົດໝາຍທີ່ວາງອອກຢ່າງຄົບຖ້ວນ ແລະ ປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງຂອງ ນວ ສຶກສາຄວາມເປັນໄປໄດ້ໃນການຕິດຕັ້ງສະຖານີສາກພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ລວມທັງເກັບກຳຂໍ້ມູນລົດໄຟຟ້າ ແລະ ການເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າໃນ ນວ ນອກນີ້ ຍັງໄດ້ສໍາເລັດການລົງເກັບກໍາຂໍ້ມູນລົດໄຟຟ້າ 5 ບໍລິສັດ ທີ່ມີການຈໍາໜ່າຍຢູ່ ນວ ເກັບກຳຂໍ້ມູນລະບົບໄຟເຍືອງທາງ ໄຟອໍານາດ ໂດຍກໍານົດເອົາ 21 ເສັ້ນທາງຫຼັກ ສຳເລັດການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າພະລັງງານແສງຕາເວັນ ເຊິ່ງມີກຳລັງຕິດຕັ້ງ 4 MW ຂອງບໍລິສັດ ອີດີແອວເຈນ ໂຊລາ ຢູ່ 2 ຈຸດ ຄື: ບ້ານນາປໍ ເມືອງສັງທອງ ແລະ ບ້ານຫາດກ້ຽງ ເມືອງໄຊທານີ ຄືບໜ້າ 60% ຊຸກຍູ້ບັນດາໂຄງການສາຍສົ່ງໄຟຟ້າແຮງສູງຕ່າງໆທີ່ຜ່ານ ນວ ໃຫ້ສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ພ້ອມນີ້ ກໍໄດ້ຕິດຕາມກວດກາການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ (ບໍ່ມີໃບອະນຸຍາດ) ໂດຍສະເພາະ ການລັກລອບຂຸດຄົ້ນດິນແດງຢູ່ 7 ເມືອງ ເຊິ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂບັນຫາດັ່ງກ່າວ ຊຸກຍູ້ສົ່ງເສີມການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໃຫ້ຫຼາຍຂຶ້ນ ພ້ອມທັງຫຼຸດຜ່ອນການສົ່ງອອກແຮ່ທາດທີ່ຍັງບໍ່ທັນໄດ້ປຸງແຕ່ງ ເອົາໃຈໃສ່ຄຸ້ມຄອງ ກວດກາ ສົ່ງເສີມການຜະລິດ-ຈຳໜ່າຍ ແລະ ການມອບພັນທະເຂົ້າງົບປະມານຂອງບັນດາຫົວໜ່ວຍທີ່ດໍາເນີນການດ້ານບໍ່ແຮ່ ເປັນຕົ້ນການຜະລິດ-ຈຳໜ່າຍແຮ່ຄຳ ແຮ່ເງິນ ຫີນກໍ່ສ້າງ (ຫີນພູ-ຫີນດານ) ຖ່ານຫີນ ເກືອກິນ ແລະ ດິນປະເພດຕ່າງໆ ໃນ ນວ.          

    ວັນດຽວກັນນີ້ ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2022 ຢູ່ພະແນກແຜນການ ແລະ ການລົງທຶນ ນວ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ

error: Content is protected !!