ວັນທີ 8 ມິຖຸນາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຮ່ວມກັບອົງການກາແດງແຂວງບໍລິຄຳໄຊ ຈັດກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອ ສັງຄົມ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບວັນຜູ້ບໍລິຈາກເລືອດໂລກ 14 ມີຖຸນາ ທີ່ຈະມາເຖິງ ໂດຍ ທ່ານ ພັນໂທ ປະຊັນ ຫຼວງພິທັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ທ່ານ ດຣ ສີສຸພັນ ວົງວິໄລ ຮອງຫົວໜ້າອົງການກາແດງແຂວງບໍລິຄໍາໄຊ ພ້ອມຄະນະ ພ້ອມດ້ວຍຄະນະອໍານວຍການພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ການຈັດກິດຈະກຳຄັ້ງນີ້ ພາຍໃຕ້ຄຳຂວັນທີ່ວ່າ: ໃຫ້ເລືອດໃຫ້ຊີວິດ ເຊິ່ງມີບັນດາພະນັກງານຄູ-ອາ ຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນໂຮງຮຽນສະໝັກໃຈຮ່ວມກັນບໍລິຈາກເລືອດທັງໝົດຈໍານວນ 47 ຄົນ ຍິງ 2 ຄົນ.
ໂອກາດນີ້ ອົງການກາແດງແຂວງ ກໍຄືສູນເລືອດຂວງບໍລິຄຳໄຊ ຂໍຂອບໃຈນຳຄະນະນຳ ແລະ ທຸກທ່ານທີ່ໃຫ້ອຳນວຍຄວາມສະດວກ ພ້ອມທັງໃຫ້ການປະກອບສ່ວນບໍລິຈາກເລືອດໃນຄັ້ງນີ້ ແລະ ຫວັງ ວ່າ ຈະໄດ້ຮັບການສະໜັບສະໜູນຈາກບັນດາທ່ານອີກໃນໂອກາດຕໍ່ໄປ.
# ຂ່າວ – ພາບ : ບຸນມີ