ແຜນປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ເພື່ອຟື້ນຟູການທ່ອງທ່ຽວ

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ (ຖວທ) ລົງເຜີຍແຜ່ປັບປຸງຜະລິດຕະພັນທ່ອງທ່ຽວຢູ່ທີ່ຕາດເລາະ-ຕາດຮັງ ສຳລັບທ້າຍປີ 2022 ແລະ ປີ 2023 ຈັດຂຶ້ນວັນທີ 7 ມິຖຸນາ 2022 ທີ່ສູນຂໍ້ມູນຂ່າວສານທ່ອງທ່ຽວຕາດເລາະ ມີທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງສາລະວັນພ້ອມດ້ວຍຫົວໜ້າຫ້ອງການ ຖວທ ເມືອງສາລະວັນ ເມືອງເລົ່າງາມ ອົງການຈັດຕັ້ງບ້ານຂົວເສັດ ແລະ ບ້ານແສນວັງ ຫົວໜ່ວຍຜູ້ປະກອບການຮ້ານອາຫານ ເຮືອນພັກ ຮ້ານບັນເທີງເຂດທ່ອງທ່ຽວຕາດເລາະ-ຕາດເຮັງເຂົ້າຮ່ວມ.

    ທ່ານ ທິບພະວົງ ສຸວັນນະແພງສີ ຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງສາລະວັນ ໄດ້ຜ່ານແຜນການປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ສໍາລັບທ້າຍປີ 2020 ແລະ ປີ 2023 ແຜນດັ່ງກ່າວ ຈະໄດ້ມີການປັບປຸງກິດຈະກໍາທ່ອງທ່ຽວເຂດຕາດເລາະ-ຕາດຮັງ ໂດຍເປັນການຈັດຕັ້ງຜັນຂະຫຍາຍແຜນຕ້ອນຮັບນັກທ່ອງທ່ຽວຂອງແຂວງສາລະວັນ ຕິດພັນກັບເສັ້ນທາງທ່ອງທ່ຽວສີຂຽວ ເພື່ອຟື້ນຟູການທ່ອງທ່ຽວຕາດເລາະ-ຕາດຮັງ ໃຫ້ກັບສູ່ສະພາບບໍລິການປົກກະຕິ ສະອາດ-ປອດໄພ ສາມາດຕ້ອນຮັບນັກທ່ອງທ່ຽວ ສ້າງອາຊີບ ສ້າງລາຍຮັບ ແລະ ເຮັດໃຫ້ເສດຖະກິດທ້ອງຖິ່ນມີການຂະຫຍາຍຕົວເທື່ອລະກ້າວ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ໂດດເດັ່ນ ແລະ ປະທັບໃຈນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ພະນັກງານບໍລິການ ໂດຍຮູບການສ້າງຕັ້ງເປັນກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ ແລະ ມີການແຕ່ງຕັ້ງຄະນະຮັບຜິດຊອບທ່ອງທ່ຽວຂັ້ນບ້ານ ສົ່ງເສີມການມີສ່ວນຮ່ວມຂອງບ້ານ ແລະ ປະຊາຊົນທ້ອງຖິ່ນ ເຂົ້າໃນກິດຈະກໍາທ່ອງທ່ຽວເຊັ່ນ: ການວາງແຜນ ການອອກແຮງງານ ແລະ ການແບ່ງປັນຜົນປະໂຫຍດ ສ້າງວຽກເຮັດງານທໍາ ການເຂົ້າຮ່ວມກິດຈະກໍາ ການຍົກລະດັບການບໍລິການຂອງພາກລັດ-ພາກທຸລະກິດໃນການບໍລິການທ່ອງທ່ຽວ ສ້າງສິ່ງອໍານວຍຄວາມສະດວກໃນຈຸດທ່ອງທ່ຽວເຊັ່ນ: ຈຸດຖ່າຍຮູບ ຂົວຂ້າມນໍ້າ ທາງຍ່າງ ປ້າຍໂຄສະນາ ປ້າຍແນະນຳ ແລະ ການປັບປຸງພື້ນທີ່ ສ້າງຄວາມປອດໄພແກ່ນັກທ່ອງທ່ຽວ ແຫຼ່ງທ່ອງທ່ຽວ ແລະ ບ້ານອ້ອມຂ້າງຕາດເລາະ-ຕາດຮັງ ເພື່ອຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນແຫຼ່ງທ່ອງທ່ຽວເຊັ່ນ: ການບຸກລຸກເນື້ອທີ່ດິນ ການຕັດໄມ້  ຄວາມບໍ່ເຂົ້າໃຈຕໍ່ວຽກງານທ່ອງທ່ຽວ ແລະ ສ້າງລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ ເພື່ອສ້າງລະບົບລາຍງານ-ສ່ອງແສງ-ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດສ້າງຜະລິດຕະພັນທ່ອງທ່ຽວ ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານເອກະສານນຳທ່ຽວ ແລະ ຜູ້ນໍາທ່ຽວ ( ກົດໝາຍທ່ອງທ່ຽວເລກທີ 32/ສພຊ ) ແລະ ບົດບັນທຶກກອງປະຊຸມປຶກສາຫາລືລາຍການທ່ອງທ່ຽວ ທີ່ຈະນຳນັກທ່ອງທ່ຽວມາທ່ຽວແຂວງສາລະວັນ ເອກະສານເງື່ອນໄຂມາດຕະຖານສະມາຄົມ/ກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ ( ດຳລັດສະມາຄົມ 238/ລນ ).

    ໃນຕອນທ້າຍກອງປະຊຸມ ທ່ານ ມະໄລວອນ ສີປະເສີດ ໄດ້ເນັ້ນໃຫ້ຜູ້ປະກອບການເຂດແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ເພີ່ມທະວີຄວາມສາມັກຄີຮ່ວມແຮງຮ່ວມໃຈ ຈັດຕັ້ງປັບປຸງຜະລິດຕະພັນທ່ອງທ່ຽວຂອງຕົນເຊັ່ນ: ການບໍລິການນັກທ່ອງທ່ຽວ ໂດຍໃຫ້ປະຊາຊົນມີສ່ວນຮ່ວມນໍາເອົາຜະລິດກະສິກໍາຕ່າງໆຕາມລະດູການໃຫ້ບໍລິການນັກທ່ອງທ່ຽວເພື່ອເພີ່ມສີສັນ ແລະ ສ້າງລາຍຮັບໃຫ້ການທ່ອງທ່ຽວ ອະນຸຮັກ-ຮັກສາຮີດຄອງປະເພນີທີ່ດີງາມ.

error: Content is protected !!