ອີງຕາມບົດລາຍງານດັດຊະນີລາຄາຊົມໃຊ້ ແລະ ສະພາບອັດຕາເງິນເຟີ້ ປະຈຳເດືອນພຶດສະພາ ປີ 2022 ສູນສະຖິຕິແຫ່ງຊາດ (ສຖຕ) ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນເດືອນພຶດສະພາ 2022 ເພີ່ມຂຶ້ນເປັນ 12,8% ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ ສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 9,0% ເຊິ່ງເປັນການເພີ່ມຂຶ້ນທີ່ສູງຕໍ່ເນື່ອງ ແລະ ສູງທີ່ສຸດໃນຮອບ 15 ປີຜ່ານມາ ເນື່ອງຈາກລາຄາສິນຄ້າ ແລະ ບໍລິການເກືອບທຸກໝວດມີການປັບໂຕສູງຂຶ້ນແຮງ ໂດຍແຍກເປັນສິນຄ້າພົ້ນເດັ່ນຄື: ລາຄາອາຫານປະເພດຕ່າງໆ ເຄື່ອງກໍ່ສ້າງ ອຸປະກອນສ້ອມແປງເຮືອນ ສິນຄ້າອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ປະຈໍາວັນ ບໍລິການອາຫານເຄື່ອນທີ່ ແລະ ນັ່ງກິນຕາມຮ້ານ ພາຫະນະປະເພດລົດຍົນ ລັດຈັກ ແລະ ອຸປະກອນອາໄຫຼ່ ສະແດງອອກບາງສິນຄ້າເຊັ່ນ: ນໍ້າມັນເຊື້ອໄຟ ທຽບປີຕໍ່ປີສູງເຖິງ 92,6% ແກັສຫຸງຕົ້ມ 39,4% ຄໍາຮູບປະພັນ 55,5% ແລະ ຄ່າເງິນກີບທີ່ອ່ອນຄ່າລົງຢ່າງແຮງ ສະນັ້ນ ຈຶ່ງສົ່ງຜົນໃຫ້ອັດຕາເງິນເຟີ້ຂັ້ນພື້ນຖານ ບໍ່ເປັນພື້ນຖານ ແລະ ອັດຕາເງິນເຟີ້ລວມ ຖີບໂຕສູງເປັນລະດັບສອງໂຕເລກ ໂດຍອັດຕາເງິນເຟີ້ພື້ນຖານຢູ່ໃນລະດັບ 14,0% ແລະ ອັດຕາເງິນເຟີ້ບໍ່ເປັນພື້ນຖານ 11,0%.

ນອກນີ້ ບົດລາຍງານຍັງໃຫ້ຮູ້ອີກວ່າ: ອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ພື້ນຖານ ເດືອນພຶດສະພາ 2022 ທຽບເດືອນຜ່ານມາ ເພີ່ມຂຶ້ນ 3% ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 14,1% ຍ້ອນການເພີ່ມຂຶ້ນຂອງລາຄາອາຫານສໍາເລັດຮູບ ແລະ ທາດແປ້ງ ເຄື່ອງປຸງແຕ່ງອາຫານ ເຄື່ອງດື່ມບໍ່ແມ່ນເຫຼົ້າ ໝວດເຫຼົ້າ ແລະ ຢາສູບ ເຄື່ອງນຸ່ງ ແລະ ເກີບ ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ ໝວດເຄື່ອງໃຊ້ໃນເຮືອນ ໃນນີ້ ແມ່ນໄດ້ຄິດໄລ່ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6% ສ່ວນອັດຕາເງິນເຟີ້ທີ່ບໍ່ແມ່ນພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານ ໃນເດືອນພຶດສະພາ 2022 ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 3,3% ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 11,3% ຍ້ອນການເພີ່ມຂຶ້ນຂອງປະເພດອາຫານສົດ ຄໍາຮູບປະພັນ ແລະ ນໍ້າມັນເຊື້ອໄຟ ໃນນີ້ ຄິດໄລ່ຈາກ 83 ລາຍການ ກວມເອົາ 17,1% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 44,4%.

ບົດລາຍງານຍັງໄດ້ໃຫ້ຮູ້ເຖິງປັດໄຈ ແລະ ສາເຫດທີ່ຂອງອັດຕາເງິນເຟີ້ປະຈຳເດືອນພຶດສະພາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ມາຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ໄດ້ສົ່ງຜົນກະທົບຕໍ່ການສະໜອງນໍ້າມັນໃນໂລກບໍ່ພຽງພໍ ເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກຖີບໂຕຂຶ້ນສູງ ສະເພາະຢູ່ ສປປ ລາວ ໃນເດືອນພຶດສະພາຜ່ານມາ ໄດ້ປັບລາຄານໍ້າມັນເພີ່ມຂຶ້ນ 2 ຄັ້ງ ທຽບໃສ່ລາຄາໄລຍະດຽວກັນກັບປີຜ່ານມາ ສູງເຖິງ 92,6% ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບຢ່າງໜັກ ເຮັດໃຫ້ລາຄາສິນຄ້າຕ່າງໆທີ່ນໍາໃຊ້ນໍ້າມັນເປັນປັດໄຈການຜະລິດເພີ່ມຂຶ້ນສູງ ນອກນີ້ ການສືບຕໍ່ອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດໃນເດືອນພຶດສະພາ ໄດ້ກະທົບຢ່າງຮຸນແຮງໂດຍກົງ ເຮັດໃຫ້ລາຄາສິນຄ້າທີ່ນໍາເຂົ້າເພີ່ມສູງຂຶ້ນ ສ່ວນຜົນຂອງການຂຶ້ນລາຄານໍ້າມັນ ແລະ ສິນຄ້ານໍາເຂົ້າ ໄດ້ກະທົບທາງອ້ອມ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ ຄ່າຄອງຊີບເພີ່ມຂຶ້ນ ແລະ ສຸດທ້າຍໄດ້ກະທົບໃຫ້ທຸກໝວດສິນຄ້າມີລາຄາເພີ່ມຂຶ້ນສູງຢ່າງຫຼີກລ່ຽງບໍ່ໄດ້.
# ຂ່າວ – ພາບ : ຂັນທະວີ