ວັນທີ 7 ມິຖຸນາ 2022 ທີ່ກະຊວງການເງິນ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ (THPC) ໄດ້ມອບພັນທະປະຈໍາປີ 2021 ໃຫ້ກະຊວງການເງິນ ເຊິ່ງລວມມີອາກອນກໍາໄລ 18,68 ລ້ານໂດລາສະຫະລັດ ໃຫ້ກົມສ່ວຍສາອາກອນ ແລະ ຄ່າພາກຫຼວງ 4,27 ລ້ານໂດລາສະຫະລັດ ແລະ 71,8 ລ້ານບາດ ໃຫ້ກົມຄຸ້ມຄອງຊັບສິນຂອງລັດ ກ່າວມອບໂດຍທ່ານ ໂຣເບີດອາຣ ເອເລັນເຈອາ ຜູ້ອໍານວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ແລະ ກ່າວຮັບໂດຍທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ແລະ ທ່ານນາງ ໄພວອນ ທຸມຜາວັນ ຮອງຫົວໜ້າພະແນກຄຸ້ມຄອງຊັບພະຍາກອນທໍາມະຊາດ ກົມຄຸ້ມຄອງຊັບສິນແຫ່ງລັດ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ປີ 2021 ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ມອບງົບປະມານທັງໝົດ 64,08 ລ້ານໂດລາສະຫະລັດ ໃຫ້ລັດຖະບານ ເຊິ່ງລວມມີເງິນປັນຜົນ 38,66 ລ້ານໂດລາສະຫະລັດ ອາກອນກໍາໄລ 18,68 ລ້ານໂດລາສະຫະລັດ ເງິນຄ່າພາກຫຼວງ 6,5 ລ້ານໂດລາສະຫະລັດ ອາກອນເງິນເດືອນ 244.055 ໂດລາສະຫະລັດ ຫຼື ປະມານ 2.874.975.472 ກີບ ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການປີ 1998-2021 ບໍລິສັດໄດ້ປະຕິບັດພັນທະໃຫ້ລັດຖະບານແລ້ວ 711,53 ລ້ານໂດລາສະຫະລັດ ເຊິ່ງໄດ້ຈາກເງິນປັນຜົນ ພັນທະອາກອນ ແລະ ເງິນຄ່າພາກຫຼວງ.


ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ຮັບອະນຸຍາດໃຫ້ພັດທະນາໂຄງການເທີນ-ຫີນບູນ ປີ 1994 ແລະ ເລີ່ມທໍາການຜະລິດໄຟຟ້າປີ 1998 ເນື່ອງຈາກຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນປະເທດ ແລະ ປະເທດອ້ອມຂ້າງເພີ່ມຂຶ້ນ ບໍລິສັດໄດ້ເລີ່ມທໍາການສໍາຫຼວດໂຄງການເທີນ-ຫີນບູນພາກຂະຫຍາຍ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາປີ 2009 ແລະ ສໍາເລັດປີ 2012 ເລີ່ມແຕ່ການກໍ່ສ້າງເທີນຫີນບູນພາກຂະຫຍາຍສໍາເລັດເປັນຕົ້ນມາ ກໍາລັງການຕິດຕັ້ງຂອງເຂື່ອນໄຟຟ້າເທີນ-ຫີນບູນເພີ່ມຂຶ້ນຈາກ 220 ເມກາວັດ ມາເປັນ 550 ເມກາວັດ.

# ຂ່າວ – ພາບ : ຂັນທະວີ