ຍົກລະດັບວິຊາຊີບການບັນຊີໃຫ້ມີຄຸນນະພາບ ສ້າງຊ່ຽວຊານບັນຊີລາວ

     ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ເປີດຊຸດເຝິກອົບຮົມຫຼັກສູດວິຊາຊີບຊ່ຽວຊານນັກບັນຊີ ຊຸດທີ 17 ໃນວັນທີ 5 ມິຖຸນາ 2022 ທີ່ສະຖາບັນການທະນາຄານ ເປັນປະທານຂອງທ່ານນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ມີທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ນັກກວດສອບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ການຈັດຊຸດເຝິກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການຍົກລະດັບວິຊາຊີບການບັນຊີໃຫ້ມີຄຸນນະພາບທີ່ເປັນໜ້າເຊື່ອຖື ສ້າງຄວາມໜ້າເຊື່ອຖືດ້ານວິຊາຊີບ ດ້ວຍການຍົກສູງຄຸນຄ່າທາງຈັນຍາບັນ ສ້າງນັກຊ່ຽວຊານບັນຊີລາວໃຫ້ເປັນທີ່ຮັບຮູ້ໃນອາຊຽນ ແລະ ສອດຄ່ອງກັບມາດຕະຖານສາກົນດ້ານການສຶກສາ ສຳລັບວີຊາຊີບການບັນຊີ.

     ໃນພິທີເປີດຊຸດເຝິກອົບຮົມດັ່ງກ່າວ ໄດ້ມີການປະຖົມນິເທດກ່ຽວກັບຫຼັກສູດ ແລະ ລະບຽບການກ່ຽວຂ້ອງກັບການເຝິກອົບຮົມໃຫ້ສໍາມະນາກອນໄດ້ເຂົ້າໃຈລະບຽບການຕ່າງໆກ່ອນເລີ່ມເຝິກອົບຮົມຢ່າງເປັນທາງການເຊິ່ງການເຝິກອົບຮົມຄັ້ງນີ້ ຈະໃຊ້ໄລຍະເວລາ 3 ປີ ຫຼື 36 ເດືອນ ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 211 ຄົນ ຍິງ 119 ຄົນ ໃນນັ້ນ ມີພະນັກງານລັດ 38 ຄົນ ແມ່ນພະນັກງານມາຈາກກະຊວງການເງິນ ນອກນັ້ນ ແມ່ນມາຈາກສະຖາບັນການສຶກສາ ບັນດາພາກເອກະຊົນຈາກຂະແໜງທຸລະກິດຕ່າງໆ.

     ໂອກາດນີ້ ທ່ານນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີກະຊວງການເງິນ ໄດ້ມີຄໍາເຫັນວ່າ: ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແມ່ນການຈັດຕັ້ງໜຶ່ງຂຶ້ນກັບກະຊວງການເງິນ ເຊິ່ງມີຄວາມໝາຍຄວາມສຳຄັນເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນການຊຸກຍູ້ນໍາພາ ເຕົ້າໂຮມສະມາຊິກ ລວມທັງປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງນັກບັນຊີ ແລະ ນັກກວດສອບໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການຊ່ວຍຊຸກຍູ້ບັນດາຫົວໜ່ວຍທຸລະກິດ ວິສາຫະກິດທັງພາກລັດ ແລະ ເອກະຊົນຖືບັນຊີຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ອື່ນໆ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!