ພັດທະນາພະລັງງານແສງຕາເວັນ ໃຫ້ປະຊາຊົນ 3 ບ້ານ.

    ພິທີເຊັນສັນຍາພັດທະນາໂຄງການ PDA ໄຟຟ້າແສງຕາເວັນ ຢູ່ບ້ານປາກແຖບ ບ້ານໄຮ່ໃຕ້ ແລະ ບ້ານຫີນສິ່ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ດ້ວຍກໍາລັງຕິດຕັ້ງ 500 ເມກາວັດ ຈັດຂຶ້ນວັນທີ 3 ມິ ຖຸນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ມີ ຂຶ້ນລະຫວ່າງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ນາງ Li DONGLAN ຜູ້ອຳນວຍການບໍລິສັດ ລາວ-ຢຸນນາມຜູໜິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ ມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ພູໂຂງ ບັນນະວົງ ຮອງ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ການພັດທະນາໂຄງການດັ່ງກ່າວນີ້ ແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ່ 1 ຈະເລີ່ມຈັດຕັ້ງປະຕິບັດພາຍຫຼັງທີ່ໄດ້ເຊັນສັນຍາ ໂດຍຈະໃຊ້ເວລາກໍ່ສ້າງ 1  ປີ ຄາດວ່າປີ 2023 ຈະສຳເລັດ ເຊິ່ງມີກຳລັງຕິດຕັ້ງທັງໝົດ 300 ເມກາວັດ ພະລັງງານທີ່ຜະລິດໄດ້ແມ່ນຈະຕອບສະໜອງພາຍໃນນະຄອນຫຼວງວຽງຈັນ ແລະ ພາຍຫຼັງທີ່ສຳເລັດໄລຍະທີ 1 ກໍຈະສືບຕໍ່ຈັດຕັ້ງປະຕິບັດໄລຍະທີ 2.

    ທ່ານ ຈົງ ຫົງ ເວີຍ ຮອງຜູ້ອຳນວຍການບໍລິສັດ ລາວ-ຢຸນນາມຜູໜິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ ກ່າວວ່າ: ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອພັດທະນາພະລັງງານແສງຕາເວັນ ຮັບໃຊ້ຕາມຄວາມຕ້ອງການຂອງປະຊາຊົນໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆຈຳນວນໜຶ່ງ ເຊິ່ງການພັດທະນາໂຄງການດັ່ງກ່າວ ແມ່ນນອນຢູ່ເຂດບ້ານແຖບ ບ້ານໄຮ່ໃຕ້ ແລະ ບ້ານຫີນສິວ ເມືອງສັງທອງ ນວ ດ້ວຍກຳລັງຕິດຕັ້ງທັງໝົດ 500 ເມກາວັດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!