ຮ່ວມມືສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດແບບຍືນຍົງ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດແບບຍືນຍົງຢູ່ແຂວງຜົ້ງສາລີ ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມລົງນາມຂອງທ່ານ ພູຈອນ ພົມມະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ແລະ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ມີທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ​ ແຂວງຜົ້ງສາລີ​ ຜູ້ຊີ້ນຳຂົງເຂດເສດຖະກິດ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການແມ່ນໄດ້ສ້າງຂຶ້ນຈາກປະສົບການ ແລະ ບົດຮຽນທີ່ມີຫຼາຍກ່ວາ 6 ປີ ຂອງອົງການແຄຣ໌ ລາວ ກ່ຽວກັບສະພາບດິນຟ້າອາກາດ ຢູ່ແຂວງຜົ້ງສາລີ ເຊິ່ງໄດ້ຮັບທຶນຈາກອົງການແຄຣ໌ ເດນມາກ ລວມເຖິງເຂດພູສູງທາງພາກເໜືອ ເພື່ອເຜີຍແຜ່ຄວາມທົນທານຕໍ່ສະພາບອາກາດ ການບໍລິການດ້ານກະສິກຳ-ດິນຟ້າອາກາດ ແລະ ການຂະຫຍາຍໂຄງການ ເພື່ອປັບປຸງໂຄງການຄວາມປອດໄພທາງດ້ານສະບຽງອາຫານ ແລະ ໂພຊະນາການ ເຊິ່ງໂຄງການດັ່ງກ່າວແມ່ນໃຊ້ການປະເມີນຄວາມສ່ຽງ ແລະ ສັກກະຍະພາບຂອງຊຸມຊົນ ໂດຍສະເພາະ ການແນະນໍາການບໍລິການຂໍ້ມູນຂ່າວສານສະພາບອາກາດ ການນໍາໃຊ້ການວາງແຜນສະຖານະການແບບມີສ່ວນຮ່ວມ ແລະ ເຄືອຂ່າຍການຮຽນຮູ້ຊາວກະສິກອນ.

    ໂຄງການນີ້ ຈະໄດ້ດຳເນີນການຈັດຕັ້ງປະຕິບັດກິດຈະກຳຢູ່ 20 ບ້ານເປົ້າໝາຍ ໃນ 3 ເມືອງຄື: ເມືອງໃໝ່ ເມືອງສຳພັນ ແລະ ເມືອງ​ຂວາ ແຂວງຜົ້ງສາລີ ຈຸດປະສົງໂດຍລວມຂອງໂຄງການ ແມ່ນເພື່ອຍົກລະດັບຄວາມອາດສາມາດຊາວກະສິກອນຂະໜາດນ້ອຍ ໂດຍສະເພາະແມ່ນແມ່ຍິງຊົນເຜົ່າ ໃນການປັບຕົວເຂົ້າໃນສະພາບການປ່ຽນແປງດິນຟ້າອາກາດແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດແຜນການປັບຕົວຂອງຊຸມຊົນ ແລະ ການນຳໃຊ້ຂໍ້ມູນສະພາບອາກາດທາງວິທະຍາສາດ ຕະຫຼອດຮອດພູມປັນຍາທ້ອງຖິ່່ນ/ພື້່ນເມືອງ ການໃຫ້ຄຳປືກສາກ່ຽວກັບຂໍ້ມູນດິນຟ້າອາກາດ ເຂດນິເວດກະເສດ ການສ້າງຂີດຄວາມອາດສາມາດ ແລະ ປະຕິທິນການປູກພືດ.

    ໂຄງການນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ເທເຣທອນ ປະເທດເດນມາກ ແລະ ຈະດຳເນີນກິດຈະກຳນັບແຕ່ມື້ລົງນາມໄປຈົນເຖິງວັນທີ 31 ທັນວາ ປີ 2024 ເຊິ່ງຈະໄດ້ເຮັດວຽກຢ່າງໄກ້ຊິດກັບຄູ່ຮ່ວມງານພາກລັດຖະບານຂັ້ນເມືອງ ແລະ ຂັ້ນແຂວງ ຂອງ ແຂວງຜົ້ງສາລີ ໃນການວາງແຜນ ຈດຕັ້ງປະຕິບັດ ແລະ ຕິດຕາມກິດຈະກຳຕ່າງໆ.

    ທ່ານ ນາງ ແກ້ວອຳພອນ ກ່າວວ່າ: “ໂຄງການ WECR ແມ່ນສອດຄ່ອງກັບຍຸດທະສາດຂອງອົງການແຄຣ໌ ໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບສະພາບດິນຟ້າອາກາດ ພ້ອມທັງປະກອບສ່ວນເຂົ້າໃນຍຸດທະສາດກ່ຽວກັບການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ​ນອກຈາກນີ້ ໂຄງການ​ດັ່ງກ່າວ​ຍັງ​ຈະ​ໄດ້ເຮັດວຽກຮ່ວມມືຢ່າງໃກ້ຊິດ ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ ​ໃນ​ການ​ເຄື່ອນ​ໄຫວ​ວຽກງານກ່ຽວກັບສະພາບ​ດິນ​ຟ້າ​ອາກາດ ເຊິ່ງຄຽງຄູ່ກັບການສະໜັບສະໜູນພາກລັດຖະບານໃນການຈັດຕັ້ງປະຕິບັດນຳໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບທາງເພດໃນລະດັບຊາດສະບັບຫຼ້າສຸດ ພ້ອມທັງແຜນປະຕິບັດສະເພາະກ່ຽວກັບບົດບາດຂອງແມ່ຍິງ ຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ຫວັງວ່າຈະໄດ້ການຮ່ວມມືຢ່າງແໜ້ນແຟ້ນກັບຫ້ອງການກະສິກຳ ແລະ ປ່າໄມ້ທຸກຂັ້ນ ພ້ອມກັບບັນດາຄູ່ຮ່ວມອົງການຈັດຕັ້ງທາງສັງຄົມ ໂດຍສະເພາະ ສະມາຄົມພັດທະນາບົດບາດຍິງຊາຍ (GDA) ແລະ ສະມາຄົມພັດທະນາສິ່ງແວດລ້ອມຊຸມຊົນ (CEDA) ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນການປະຕິບັດການປັບຕົວເຂົ້າກັບດິນຟ້າອາກາດ ເພື່ອການພັດທະນາທີ່ດີຂຶ້ນຂອງຊຸມຊົນຂອງພວກເຂົາ.”

# ຂ່າວ – ພາບ : ວຽງມາ

error: Content is protected !!