ທ່ານ ພູເຂົາຄຳ ພິມມະສອນ ຫົວໜ້າຫ້ອງການ ຍທຂ ເມືອງນາຊາຍທອງ ນວ ໃຫ້ສຳພາດອາທິດຜ່ານມາວ່າ: ປະຕິບັດຕາມພາລະບົດບາດ ສິດ ໜ້າທີ່ ແລະ ຕາມການມອບໝາຍ ຫ້ອງການ ຍທຂ ເມືອງນາຊາຍທອງ ໄດ້ລົງສຳຫຼວດເສັ້ນທາງຕ່າງໆພາຍໃນເມືອງ ເພື່ອຂຶ້ນແຜນງົບປະມານໃນການພັດທະນາປັບປຸງພື້ນຖານໂຄງລ່າງ ເຊິ່ງປີ 2022 ໄດ້ຮັບການອະນຸມັດໂຄງການບ້ານນາຊາຍໃຕ້ ແລະ ໂຄງການສ້ອມແປງທາງບ້ານໂພນແກ້ວ-ໂພນສະຫວັນ ໂດຍເປັນທຶນແບ່ງປັນຂອງ ນວ ແລະ ທຶນຮ່ວມສົມທົບຂອງປະຊາຊົນ ເວົ້າລວມແລ້ວ ໃນໄລຍະຜ່ານມາ ທາງຫ້ອງການ ຍທຂ ເມືອງດັ່ງກ່າວ ໄດ້ເອົາໃຈໃສ່ສຸມໃສ່ການປັບປຸງກໍ່ສ້າງເສັ້ນທາງຮ່ອມ-ທາງຊອຍ ແລະ ທາງຫຼວງຂອງເມືອງເປັນຫຼັກ ສ່ວນທາງຫຼວງແຫ່ງຊາດ ເມືອງກໍໄດ້ມີສ່ວນຮ່ວມໃນການຕິດຕາມລາຍງານຂັ້ນເທິງ.

ສໍາລັບແຜນໃນປີຕໍ່ໜ້າ ກໍຄືປີ 2023 ໄດ້ຂຶ້ນແຜນສ້ອມແປງ ແລະ ກໍ່ສ້າງ ໂດຍສະເພາະ ປູຢາງທາງບ້ານ ນາສ້ຽວ ສີເກີດ ແລະ ຟື້ນຟູທາງບ້ານນາຄູນ ທັງຂຶ້ນແຜນກໍ່ສ້າງທາງປູຢາງຢູ່ບ້ານໂພນມ່ວງ ຫາບ້ານຮ່ອງງົວ ແຕ່ຍັງລໍຖ້າການອະນຸມັດງົບປະມານ ນອກນັ້ນ ຍັງໄດ້ປຸກລະດົມປະຊາຊົນໃນການສ້ອມແປງທາງແບບສຸກເສີນໃນຫຼາຍເສັ້ນທາງ ພ້ອມດຽວກັນນັ້ນ ຍັງໄດ້ເອົາໃຈໃສ່ຄຸ້ມຄອງວຽກງານເຄຫາ ວຽກງານປຸກສ້າງ ວຽກງານຂົນສົ່ງ ແລະ ວຽກງານອື່ນໆຕາມການມອບໝາຍຂອງພະແນກ ຍທຂ ນວ ເພື່ອຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຂົ້າສູ່ລະບຽບກົດໝາຍ.

ທ່ານ ພູເຂົາຄໍາ ພິມມະສອນ ໃຫ້ຮູ້ຕື່ມອີກວ່າ: ເຖິງຢ່າງໃດກໍຕາມ ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ການນໍາເມືອງ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ການຮ່ວມມືເປັນຢ່າງດີ ແຕ່ກໍຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງ ໂດຍສະເພາະ ງົບປະມານບໍ່ສາມາດຕອບສະໜອງທັນຕາມຄວາມຕ້ອງການຂອງໜ້າວຽກຕົວຈິງ ສ່ວນໃນຕໍ່ໜ້າ ທາງຫ້ອງການ ຍທຂ ຈະໄດ້ເອົາໃຈໃສ່ສືບຕໍ່ວຽກງານໄກ່ເກ່ຍທີ່ຍັງຄ້າງໃຫ້ສຳເລັດຕາມເປົ້າໝາຍ ພ້ອມທັງສູ້ຊົນເອົາໃຈໃສ່ພັດທະນາກໍ່ສ້າງພື້ນຖານໂຄງລ່າງ ກໍຄືເສັ້ນທາງໃນທົ່ວເມືອງໃຫ້ໄດ້ຮັບການປັບປຸງ ສ້ອມແປງ ເພື່ອໃຫ້ປະຊາຊົນໄດ້ເດີນທາງໄປ-ມາຫາສູ່ກັນດ້ວຍຄວາມສະດວກສະບາຍ ແລະ ມີຊິວິດການເປັນຢູ່ທີ່ດີຂຶ້ນ ເຮັດໃຫ້ເສດຖະກິດ-ສັງຄົມຂອງເມືອງ ກໍຄື ນວ ມີການເຕີບໃຫຍ່ຂະຫຍາຍຕົວ ລະບົບການຂົນສົ່ງມີຄວາມວ່ອງໄວພັດທະນາ.
# ຂ່າວ – ພາບ : ຂັນທະວີ