ໂຄສະນາເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວທີ່ຍືນຍົງ

    ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໂຮງຮຽນ ມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈີມິງ ຈັດກິດຈະກຳໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງຢູ່ສວນເຈົ້າອະນຸວົງ ນະຄອນຫຼວງວຽງຈັນ ວັນທີ 7 ມິຖຸນາ 2022 ໂດຍມີທ່ານ ປອ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທ່ານ ນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວກະຊວງ ຖວທ ພ້ອມດ້ວຍຄະນະຄູ-ອາຈານຈາກ ຄະນະປ່າໄມ້ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາຕອນ ປາຍມິດຕະພາບ ນະຄອນຫຼວງ ວຽງຈັນ-ໂຮ່ຈີມິງເຂົ້າຮ່ວມ.

    ຈຸດປະສົງໃນການຈັດກິດຈະກໍາໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ນັກຮຽນຮູ້ຈັກຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະແມ່ນວຽກງານ ສີຂຽວ ສະອາດ ງາມຕາ ແລະ ເພື່ອໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ.

    ກິດຈະກໍາໃນຄັ້ງນີ້ ມີການໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ຄູ-ອາຈານ ແລະ ນັກຮຽນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ ມີການຫຼິ້ນເກມ ຖາມ-ຕອບ ກ່ຽວກັບເລື່ອງສິ່ງແວດລ້ອມ ພ້ອມທັງກິດຈະກໍາເຮັດອະນາໄມລວມພາຍໃນເດີ່ນສວນເຈົ້າອະນຸວົງ.

    ພາຍຫຼັງສໍາເລັດການຈັດກິດຈະກໍາໃນຄັ້ງນີ້ ຄະນະຈັດຕັ້ງກິດຈະກໍາ ເຊື່ອໝັ້ນວ່າ ຄູ-ອາຈານ ແລະ ນ້ອງນັກຮຽນຈະໄດ້ຮັບຄວາມຮູ້ກ່ຽວກັບຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງຫຼາຍພໍສົມຄວນ ແລະ ຈະເປັນການຊຸກຍູ້ໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ເອົາໃຈໃສ່ປະກອບສ່ວນ ແລະ ຮ່ວມມືເຂົ້າໃນການປົກປັກການຮັກສາສິ່ງແວດລ້ອມທາງທໍາມະຊາດໃຫ້ຄົງຢູ່ເພື່ອການທ່ອງທ່ຽວທີ່ຍືນຍົງ.

# ຂ່າວ – ພາບ : ບຸນມີ

error: Content is protected !!