ສະຫະພາບເອີຣົບປະຈໍາລາວ ຮ່ວມກັບຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ ຈັດກອງປະຊຸມແລກປ່ຽນຮຽນຮູ້ ລະຫວ່າງອົງການຈັດຕັ້ງສັງຄົມລາວ ແລະ ການຮ່ວມມືຂອງສະຫະພາບເອີຣົບປະຈໍາ ລາວ ຂຶ້ນໃນອາທິດຜ່ານມາທີ່ແຂວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ຈັນສີ ພິມພະຈັນ ປະທານຄະນະປະສານງານອົງການຈັດຕັ້ງສັງຄົມລາວ ແລະ ທ່ານນາງ ໄບບາ ເຊຣິນາ ເລຂາເອກ ສະຫະພາບເອີຣົບປະຈໍາ ລາວ ມີຫຼາຍກວ່າ 50 ທ່ານ ຕາງໜ້າຈາກບັນດາ 36 ອົງການຈັດຕັ້ງສັງຄົມລາວ ທີ່ໄດ້ປະຕິບັດກິດຈະກຳ ແລະ ໂຄງການພາຍໃຕ້ທືນສະໜັບສະໜູນຂອງສະຫະພາບເອີຣົບ ປະຈຳລາວ ໃນ 10 ປີຜ່ານມາ ຕາງໜ້າຈາກອົງການຈັດຕັ້ງບໍ່ສັງກັດລັດ (INGOs) 5 ອົງການ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານພັດທະນາໃນ ສປປ ລາວ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເພີ່ມທະວີການການຮ່ວມມື ແລະ ສ້າງຂີດຄວາມສາມາດໃຫ້ກັບບັນດາອົງການຈັດຕັ້ງສັງຄົມ ໃນການມີສ່ວນຮ່ວມແບບມີຄວາມໝາຍໃນການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະ ໃຫ້ກາຍເປັນຄູ່ຮ່ວມງານກັນ ແລະ ກັນ ພ້ອມນັ້ນ ເປັນການເພີ່ມຄວາມອາດສາມາດໃຫ້ແກ່ບັນດາອົງການຈັດຕັ້ງສັງຄົມ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDGs ແບບມີສ່ວນຮ່ວມ ແລະ ມີເປົ້າໝາຍຮ່ວມກັນໃນອະນາຄົດ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການປະກອບຄຳຄິດຄຳເຫັນ ຂໍ້ສະເໜີແນະຕໍ່ສະຫະພາບເອີຣົບ ແລະ ອົງການຈັດຕັ້ງສັງຄົມ ລວມທັງອົງການຈັດຕັ້ງສາກົນ ໃນການແລກປ່ຽນທາງດ້ານວິຊາການກ່ຽວກັບການເຂົ້າເຖິງການສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານວິຊາການ ກໍຄືທຶນຮອນ ເພື່ອປະກອບສ່ວນເຂົ້າໃນການຈັ້ດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ.
ນອກນີ້ ກອງປະຊຸມໄດ້ມີຫຼາຍກິດຈະກໍາ ແລະ ບົດຮຽນຢ່າງຫຼວງຫຼາຍ ເປັນຕົ້ນ ການຮ່ວມມື 10 ປີຜ່ານມາ ທີ່ໄດ້ມີການທົບທວນ ແລະ ແລກປ່ຽນບົດຮຽນ ຜົນການຈັດຕັ້ງປະຕິບັດການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ສໍາຄັນ ຍັງໄດ້ມີການຮຽນຮູ້ເຊິ່ງກັນ ແລະ ກັນຂອງບັນດາຄູ່ຮ່ວມງານອົງການຈັດຕັ້ງສັງຄົມລາວ ແລະ ຮ່ວມກັນວາງແຜນທິດທາງໃນຕໍ່ໜ້າ ສໍາລັບບັນດາວຽກງານຂອງອົງການຈັດຕັ້ງສັງຄົມພາຍໃນປະເທດ ນອກນັ້ນ ຍັງໄດ້ມີການແລກປ່ຽນບົດຮຽນຕ່າງໆຂອງບັນດາຜູ້ເຂົ້າຮ່ວມທັງໝົດຈາກຫຼາຍພາກສ່ວນ ເຊິ່ງຈະເປັນປະໂຫຍດຕໍ່ການຈັດຕັ້ງປະຕິບັດ ແລະ ການຮ່ວມມືຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງສັງຄົມໃນອີກ 5 ປີຕໍ່ໜ້າ.
# ຂ່າວ – ພາບ : ຂັນທະວີ