ຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ

    ສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ ຊຸດທີ IX ຂຶ້ນວັນທີ 7-11 ມີຖຸຸນາ 2022 ຢູ່ໂຮງແຮມເມືອງແທັງ ໂດຍເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານ ສພຊ ມີຮອງປະທານຄະນະປະຈໍາ ສພຊ ຄະນະປະຈໍາ ສພຊ ສະມາຊິກສະພາແຫ່ງຊາດ (ສສຊ) ປະທານກໍາມາທິການ ເລຂາທິການ ສພຊ ລັດຖະມົນຕີ ຮອງລັດຖະມົນຕີ ຮອງປະທານກໍາມາທິການ ສພຊ ຮອງເລຂາທິການ ສພຊ ເລຂາທິການສະ ພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ປອ ໄຊສົມພອນ ພົມວິຫານ ກ່າວວ່າ: ວັນທີ 13 ມິຖຸນາ 2022 ພວກເຮົາຈະໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ ຊຸດທີ IX ເພື່ອຈັດຕັ້ງປະຕິດບັດໜ້າທີ່ການເມືອງຂອງ ສສຊ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມ ສພຊ ມີຄຸນນະພາບ ແລະ ມີປະສິດທິຜົນ ຄະນະປະຈໍາ ສພຊ ໄດ້ຕົກລົງດໍາເນີນກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ກອງປະຊຸມດັ່ງກ່າວ ເພື່ອສ້າງເງື່ອນໄຂໃຫ້ ສສຊ ໄດ້ຮັບຟັງການລາຍງານ ການຊີ້ແຈງອະທິບາຍຂອງບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າອົງການ ກ່ຽວກັບເອກະສານເນື້ອໃນຕ່າງໆ ປຶກສາຫາລືແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນລະຫວ່າງ ສສຊ ແລະ ຄະນະນໍາກະຊວງກ່ຽວຂ້ອງ ແນໃສ່ເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ເປັນເອກະພາບ ເຊິ່ງຈະເປັນຂໍ້ສະດວກໃຫ້ການພິຈາລະນາຮັບຮອງເອກະສານຕ່າງໆຢູ່ກອງປະຊຸມ ສພຊ ບັນລຸຕາມແຜນການ ທັງເປັນການຍົກສູງຄຸນນະພາບການດໍາເນີນກອງປະຊຸມ ສພຊ ໃຫ້ມີປະສິດທິຜົນນັບມື້ສູງຂຶ້ນ. 

    ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ສ້າງຄວາມເຂົ້າໃຈຕໍ່ເນື້ອໃນຕ່າງໆ ຄື: ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ບົດລາຍງານກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກີລາ ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນ ທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກີລາ-ກາຍະກໍາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19.

    ບົດລາຍງານຜົນການທາບທາມກົດໝາຍ 9 ສະບັບ ທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ ຊຸດທີ IX ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິສະບັບເລກທີ 04/ສພຊ ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດໝາຍ ໃນການພາຕົວ ກັກຕົວ ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ບົດລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ   4ສະບັບ  ຄື:  ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ) ກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ເຜີຍແຜ່ນິຕິກໍາພາຍໃນ ສພຊ ແລະ ວຽກງານອື່ນໆ ເຊັ່ນ: ມະຕິຂອງຄະນະປະຈໍາ ສພຊ ວ່າດ້ວຍການພົວພັນປະສານງານລະຫວ່າງຄະນະປະຈໍາ ສພຊ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ມະຕິວ່າດ້ວຍການເຄື່ອນໄຫວຂອງ ສສຊ ມະຕິວ່າດ້ວຍການປະເມີນຜົນການປະຕິບັດໜ້າທີ່ຂອງບຸຄະລາກອນດໍາລົງຕໍາແໜ່ງທີ່ ສພຊ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ (ສະບັບປັບປຸງ ປີ 2022) ມະຕິວ່າດ້ວຍການພົບປະປະຊາຊົນ ຂອງ ສສຊ ແລະ ບົດລາຍງານຂອງກະຊວງການຕ່າງປະເທດ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ.

    ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນບັນຫາສໍາຄັນພື້ນຖານຂອງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຈຶ່ງສະເໜີໃຫ້ ສສຊ ຄະນະຮັບຜິດຊອບເນື້ອໃນຮ່າງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ສຸມສະຕິປັນຍາໃນການປະກອບຄໍາຄິດເຫັນ ຄົ້ນຄວ້າຊອກຫາວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຄົ້ນຄວ້າປະກອບຄໍາເຫັນໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ສອດຄ່ອງກັບສິດ ແລະ ໜ້າທີ່ຂອງ ສສຊ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ກົດໝາຍ ສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ແລະ ສາມາດເຊື່ອມໂຍງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!