ເຈົ້າໜ້າທີ່ພາສີ ປະຈໍາແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ໄມ້ເຖື່ອນຫຼາຍປະເພດ ລວມທັງໝົດ 68 ໂຕ ເທົ່າກັບ 2,37 ແມັດກ້ອນ.
ອີງຕາມການໃຫ້ສຳພາດຂອງທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ເມື່ອບໍ່ດົນມານີ້ວ່າ: ໃນທ້າຍເດືອນພຶດສະພາ 2022 ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີ ມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດເມືອງທ່າພະບາດ ເຂດປາກກະດິງ ແລະ ຢູ່ເຂດເມືອງຄຳເກີດ ເຈົ້າໜ້າທີ່ພາສີປະຈຳແຂວງ ໄດ້ເຄື່ອນໄຫວຕິດຕາມ ຈຶ່ງພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້ ເຈົ້າໜ້າທີ່ພາສີປະຈຳແຂວງບໍລິຄໍາໄຊທີ່ອອກປະຕິບັດໜ້າວຽກງານວິຊາສະເພາະ ໄດ້ຕິດຕາມຢ່າງໃກ້ຊິດຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລະ ໄດ້ຂໍອະນຸຍາດຈາກເຈົ້າຂອງພາຫະນະ ກວດກາສິນຄ້າພາຍໃນລົດ ເບື້ອງຕົ້ນບໍ່ພົບເຫັນສິນຄ້າຜິດກົດໝາຍ ແຕ່ດ້ວຍຄວາມສົງໄສຂອງເຈົ້າໜ້າທີ່ພາສີ ຈຶ່ງໄດ້ກວດຄົ້ນຢ່າງລະອຽດ ຍ້ອນຜູ້ກ່ຽວດັດແປງສະພາບພື້ນລົດ ຈຶ່ງພົບໄມ້ຈຳນວນຫຼາຍລາຍການປະກອບມີ: ໄມ້ໝູນຈໍານວນ 6 ໂຕ ເທົ່າກັບ 0,16 ແມັດກ້ອນ ໄມ້ຄຳພີ 2 ໂຕເທົ່າກັບ 0,03 ແມັດກ້ອນ ໄມ້ຄໍາພີ (ໄມ້ເສດ) 237 ກິໂລ ໄມ້ດູ່ 4 ໂຕ ເທົ່າກັບ 0,04 ແມັດກ້ອນ ແລະ ໄມ້ແຕ້ຂ່າ 38 ໂຕ ເທົ່າກັບ 2,13 ແມັດກ້ອນ ລວມທັງໝົດເທົ່າກັບ 2,37 ແມັດກ້ອນ ແລະ 237 ກິໂລກຣາມ.
ສຳລັບການກະທໍາຜິດໃນຄັ້ງນີ້ ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເລກທີ 15/ນຍ ປັດຈຸບັນຍັງຢູ່ໃນຂັ້ນຕອນຂະບວນການສືບສວນ-ສອບສວນຂອງເຈົ້າໜ້າທີ່ເພື່ອດຳເນີນຄະດີຕໍ່ຜູ້ກະທໍາຜິດຕາມກົດໝາຍໃນຂັ້ນຕໍ່ໄປ.
# ຂ່າວ – ພາບ : ເພັດສະໝອນ