ສ້າງຄວາມເຂົ້າໃຈໃຫ້ວິສາຫະກິດເປົ້າໝາຍທີ່ຢູ່ໃນລະບົບ ອມພ

    ການຊຸກຍູ້ຫົວໜ່ວຍທຸລະກິດ ເຂົ້າໃນລະບົບອາກອນມູນຄ່າເພີ່ມ ເປັນວຽກງານໜຶ່ງທີ່ນອນໃນວາລະແຫ່ງຊາດ ແລະ ເປັນວຽກທີ່ທຸກພາກສ່ວນຕ້ອງໄດ້ໃຫ້ການຮ່ວມມື ແລະ ນໍາເອົາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍກຳນົດ. 

    ໃນວັນທີ 6 ມິຖຸນາ 2022 ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກົມສ່ວຍສາອາກອນ ແລະ ສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ (ນວ) ຮ່ວມກັບສ່ວຍສາອາກອນປະຈຳເມືອງສີໂຄດຕະບອງ ໄດ້ຈັດກອງປະຊຸມເຜີຍແຜ່ ແນະນໍາກ່ຽວກັບສິດໜ້າທີ່ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ (ອມພ) ແລະ ການນໍາໃຊ້ໂປຣແກຣມບັນຊີທີ່ຕິດພັນກັບໃບເກັບເງິນໃຫ້ຫົວໜ່ວຍເປົ້າໝາຍທີ່ຈະເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ບັນດາຫົວໜ່ວຍເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍອາກອນກຳໄລຫຼຸດຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງຂະແໜງສ່ວຍສາອາກອນ ສະບັບເລກທີ 01/ສພຊ ເປັນປະທານຮ່ວມຂອງທ່ານ ສຸພັນ ວິລະວົງ  ຮອງຫົວໜ້າກົມສ່ວຍສາອາກອນ ແລະ ທ່ານ ທົງ ໂພທິລາດ ຮອງເຈົ້າເມືອງສີໂຄດຕະບອງ ມີຄະນະຮັບຜິດຊອບການເຜີຍແຜ່ ພະນັກງານສ່ວຍສາອາກອນປະຈໍາເມືອງສີໂຄດຕະບອງ ບັນດາຫົວໜ່ວຍທຸລະກິດເປົ້າໝາຍອ້ອມຂ້າງເມືອງເຂົ້າຮ່ວມ.

        ທ່ານ ສຸພັນ ວິລະວົງ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເຜີຍແຜ່ແນະນໍາກ່ຽວກັບສິດໜ້າທີ່ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ  ການນໍາໃຊ້ໂປຣແກຣມບັນຊີທີ່ຕິດພັນກັບໃບເກັບເງິນ ເພື່ອໃຫ້ຫົວໜ່ວຍທຸລະກິດໄດ້ຮັບຮູ້ເຂົ້າໃຈ ເຫັນໄດ້ສິດໜ້າທີ່ ແລະ ຜົນປະໂຫຍດຂອງການເຂົ້າໃນລະບົບອາກອນມູນຄ່າເພີ່ມ ການອອກໃບເກັບເງິນ ແລະ ສະຫຼຸບບັນຊີໂດຍຜ່ານໂປຣແກຣມບັນຊີ ແນະນໍາໃຫ້ຮູ້ໄດ້ເຖິງຫົວໜ່ວຍຈຸນລະວິສາຫະກິດ ຫົວໜ່ວຍຂະໜາດນ້ອຍ ແລະ ກາງ ໃນການເຂົ້າລະບົບອາກອນມູນຄ່າເພີ່ມ ທີ່ຈະໄດ້ຮັບນະໂຍບາຍອັດຕາອາກອນກຳໄລ 0,1% 3% ແລະ 5% ໄລຍະ 3 ປີ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງສ່ວຍສາອາກອນສະບັບເລກທີ 01/ສພຊ ສະນັ້ນ ຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດທີ່ເຮັດໜ້າທີ່ແທນພາກລັດໃນການເກັບອາກອນມູນຄ່າເພີ່ມ ຈາກຜູ້ຊົມໃຊ້ສິນຄ້າ ແລະ ບໍລິການ ປະຕິບັດສິດໜ້າທີ່ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມຢ່າງຖືກຕ້ອງ ໂດຍສະເພາະແມ່ນການແຈ້ງມອບ ການນຳໃຊ້ໃບເກັບເງິນ ແລະ ການຖືບັນຊີໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍກຳນົດ ທັງນີ້ກໍເພື່ອຮັບປະກັນການຈັດຕັ້ງປະຕິບັດການເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງມີປະສິດທິຜົນ.

        ພ້ອມກັນນັ້ນ ໃນຕອນບ່າຍຂອງວັນດຽວກັນ ຄະນະດັ່ງກ່າວກໍຍັງໄດ້ເຜີຍແຜ່ວຽກງານເຜີຍແຜ່ແນະນໍາກ່ຽວກັບສິດໜ້າທີ່ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ການນໍາໃຊ້ໂປຣແກຣມບັນຊີທີ່ຕິດພັນກັບໃບເກັບເງິນໃຫ້ຫົວໜ່ວຍທຸລະກິດຕື່ມອີກເປັນຊຸດທີ 2 ລວມທັງໝົດມີ 543 ຫົວໜ່ວຍເຂົ້າຮ່ວມຮັບຟັງການເຜີຍແຜ່ ໃນຄັ້ງນີ້ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດໃນທົ່ວເມືອງສີໂຄດຕະບອງໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັບປະກັນໄດ້ການຈັດຕັ້ງປະຕິບັດການເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງມີປະສິດທິຜົນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!