ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ການອອກຕາດິນຢູ່ເມືອງປາກງື່ມ

    ໃນວັນທີ 6 ມິຖຸນາ 2022 ຜ່ານມາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ວຽກງານຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງປາກງື່ມ (ຫຊສ) ເປັນກຽດຕ້ອນຮັບຂອງທ່ານ ຄຳໜູນ ຕຽງທະລາດ ເຈົ້າເມືອງປາກງື່ມ ທ່ານ ບຸນຕີ ສີປະມວນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງປາກງື່ມ ມີທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງ ແລະ ພະນັກງານຫຼັກແຫຼ່ງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງປາກງື່ມເຂົ້າຮ່ວມ.

     ໃນໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງໄດ້ເປັນກຽດໂອ້ລົມເພື່ອຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງເມືອງປາກງື່ມ ກໍຄືຫ້ອງການ ຫຊສ ໂດຍໄດ້ເນັ້ນໃຫ້ອົງການປົກຄອງເມືອງ ເອົາໃຈໃສ່ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ມີທ່າກ້າວຂະຫຍາຍຕົວ ຕິດພັນກກັບແຜນພັດທະນາເສດຖະກິດ-ສັງຄົມນັ້ນ ແມ່ນຕ້ອງໄດ້ພ້ອມກັນສ້າງບ້ານໃຫ້ມີຄວາມເຂັ້ມແຂງກາຍເປັນບ້ານພັດທະນາ ເພື່ອສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ຊອກໃຫ້ເຫັນທ່າແຮງຂອງແຕ່ລະບ້ານ ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ເອົາໃຈໃສ່ແກ້ໄຂຂໍ້ຂັດແຍ່ງຕ່າງໆໃນຂັ້ນບ້ານ ຍົກສູງການນຳພາຈັດຕັ້ງປະຕິບັດລະບຽບກົດໝາຍ ແລະ ຄຳສັ່ງຕ່າງໆຂອງຂັ້ນເທິງໃຫ້ມີຄວາມເຂັ້ມແຂງ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເອົາໃຈໃສ່ໃນການຕີລາຄາກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ວຽກງານ 3 ສ້າງ ແລະ ການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຖືເອົາການບຸກທະລຸຂອງເມືອງເປັນສຳຄັນ ເອົາໃຈໃສ່ໃນການສ້າງເມືອງໃຫ້ກາຍເປັນເມືອງພົ້ນທຸກ ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ ເອົາໃຈໃສ່ໃນການເກັບກຳສະຖິຕິຄອບຄົວທຸກຍາກ ໄປພ້ອມກັບການເອົາໃຈໃສ່ແກ້ໄຂຂໍ້ຂັດແຍ່ງລະຫວ່າງການເສຍທີ່ດິນຜ່ານລະບົບທະນາຄານ ກັບການເສຍພາສີທີ່ດິນຂັ້ນບ້ານ ໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ມ ແລະ ຂະແໜງການເງິນຕ້ອງຕົກລົງກັນໃຫ້ຈະແຈ້ງ ໂດຍໃຫ້ເຮັດການທົດລອງຢູ່ຂັ້ນບ້ານຮ່ວມກັນ ຕີລາຄາຄືນການຈັດຕັ້ງວຽກງານ 3 ສ້າງໃນແຕ່ລະຂະແໜງການ ໂດຍເລີ່ມຈາກຂະແໜງທີ່ດິນ ຕິດພັນກັບຂະແໜງການເງິນ ໂດຍລົງໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນແຕ່ລະບ້ານທົ່ວເມືອງ ເພື່ອສ້າງໃຫ້ເປັນບ້ານພັດທະນາ ພ້ອມທັງໃຫ້ເອົາໃຈໃສ່ສ້າງທ່າແຮງທີ່ມີແລ້ວໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍສະເພາະ ສະຫະກອນທີ່ມີແລ້ວ ສ້າງກຸ່ມທ່າເດື່ອສີຫອມໃຫ້ກາຍເປັນຕົວແບບ ສຳລັບການພັດທະນາຕົວເມືອງ ໃຫ້ສົມທົບກັບພະແນກໂທທາທິການ ແລະ ຂົນສົ່ງ ນວ ຮ່ວມກັນພັດທະນາຕົວເມືອງປາກງື່ມໃຫ້ມີຄວາມສີວິໄລ ໃນການສຳຫຼວດ 8 ປະເພດທີ່ດິນພາຍຫຼັງສຳຫຼວດສຳເລັດໃຫ້ອອກລະບຽບຄຸ້ມຄອງ ສ່ວນວຽກສິ່ງແວດລ້ອມ ໃຫ້ເອົາໃຈໃສ່ຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີການຄຸ້ມຄອງທີ່ດິນໃນໄລຍະໃໝ່ໃນ 7 ທິດນຳ 10 ທິດທາງຕົ້ນຕໍ ເຂົ້າໃນວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຄຸ້ມຄອງທີ່ດິນທຳມະຊາດໃຫ້ເຮັດແບບມີຈຸດສຸມ ແລ້ວກຳນົດເປັນແຜນວຽກຢ່າງລະອຽດເພື່ອນຳມາຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ໄປຄຽງຄູ່ກັບການກຳນົດກົນໄກການຄຸ້ມຄອງທີ່ດິນ ເອົາໃຈໃສ່ເກັບກຳຂໍ້ຂັດແຍ່ງທາງດ້ານທີ່ດິນ ເພື່ອນຳມາຊອກຫາວິທີແກ້ໄຂ ຂະແໜງກວດກາ ກໍຕ້ອງໄດ້ເອົາໃຈໃສ່ລົງຕິດຕາມກວດກາການອອກໃບຕາດິນ ພ້ອມນັ້ນ ກໍມອບໃຫ້ເຈົ້າເມືອງແຕ່ງຕັ້ງຄະນະກຳມະການ ໂດຍເອົາບັນດາຫ້ອງການກ່ຽວຂ້ອງເຂົ້າຮ່ວມປະເມີນຄືນ ການອອກໃບຕາດິນ ໂດຍໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນການປະເມີນ ແລະ ໃຫ້ພະນັກງານຂະແໜງທີ່ດິນ ຍົກສູງການບໍລິການປະຊາຊົນໃຫ້ມີຄວາມວ່ອງໄວ.

     ໃນຕອນທ້າຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ຮ່ວມປູກຕົ້ນໄມ້ຢູ່ທີ່ເດີນປົກຄອງເມືອງປາກງື່ມເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!