ນັກກີລາປິ່ງປ່ອງຂອງສະຖາບັນກີລາ-ກາຍະກໍາ ກະຊວງສຶກສາທິການ ແລະ ກີລາ (ສສກ) ກວາດແຊັມ 4 ລາຍການ ຄອງເບີ 1 ກີລາດັ່ງກ່າວ ໃນການແຂ່ງຂັນປິ່ງປ່ອງຊີງແຊັມທົ່ວປະເທດ ຊີງຂັນປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ (ຄອລ) ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ (ສປລ) ຄັ້ງທີ 1 ປະຈຳປີ 2022 ເພື່ອຄັດເລືອກເອົານັກກີລາເຍົາວະຊົນຜູ້ມີພອນສະຫວັນດີເດັ່ນ ກຽມເຂົ້າຮ່ວມລາຍການຊີງແຊັມອາຊີ ປີ 2022 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໃນເດືອນກັນຍາ 2022.
ການແຂ່ງຂັນປິ່ງປ່ອງຊີງແຊັມທົ່ວປະເທດ ຊີງຂັນປະທານ ຄອລ ປະທານ ສປລ ຈັດຂຶ້ນວັນທີ 3-5 ມິຖຸນາ 2022 ຢູ່ສູນການຄ້າລາວ-ໄອເຕັກ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄອລ ເປັນປະທານ ສປລ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ບໍລິສັດ STS ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (ຜູ້ສະໜັບສະໜູນຫຼັກ) ແລະ ພາກສ່ວນກ່ຽວຂ້ອງ ໃນນີ້ ມີນັກກີລາ 80 ຄົນ (ຊາຍ 65 ຄົນ ຍິງ 15 ຄົນ) ຈາກ 6 ສະໂມສອນໃນນະຄອນຫຼວງວຽງຈັນ ແຂວງຈຳປາສັກ ແລະ ແຂວງຄຳມ່ວນ ພິເສດ ກໍຍັງມີນັກກີລາຈາກ ສ ເກົາຫຼີ ແລະ ສປ ຈີນ ເຂົ້າຮ່ວມ ມີການຊີງຂັນຊະນະຊີງໄຊ 11 ລາຍການ ຜ່ານການແຂ່ງຂັນ ສະຖາບັນກີລາ-ກາຍະກໍາ ຍາດແຊັມໄດ້ຫຼາຍກວ່າໝູ່ 4 ລາຍການ ທີ 2 ສູນເຝິກກີລາປິ່ງປ່ອງ ເອັດວີ ໄດ້ແຊັມ 3 ລາຍການ.
ສ່ວນແຊັມແຕ່ລະລາຍການ ປະກອບມີປະເພດດ່ຽວຊາຍ ຮຸ່ນອາຍຸ 15 ປີ ທ້າວ ໄຊຊະນະ ມະນີຈັນ ຈາກສະໂມສອນດາລາວອນ ດ່ຽວຊາຍ 18 ປີ ທ້າວ ອານັນ ວົງສາ ຈາກສະຖາບັນກີລາ-ກາຍະກໍາ ດ່ຽວຍິງ 15 ປີ ນາງ ທິບພະວັນ ໄຊເພັດວົງ ຈາກແຂວງຈໍາປາສັກ ດ່ຽວຍິງ 18 ປີ ນາງ ສິມິລັນ ຈັນນະວົງ ຈາກສະຖາບັນກີລາ-ກາຍະກໍາ ດ່ຽວຊາຍທົ່ວໄປ ທ້າວ ແສງອາທິດ ວົງດາລາສິນ ຈາກສະຖາບັນກີລາ-ກາຍະກໍາ ດ່ຽວຊາຍ 40 ປີຂຶ້ນໄປ ທ່ານ ວິລະພົງ ກົງເພັດ ຈາກສະໂມສອນເອັດວີ ທີມຊາຍ 15 ປີ ທ້າວ ທິມມີ ທ້າວ ຟີດອມ ແລະ ທ້າວ ແບ໋ງນ້ອຍ ຈາກສະໂມສອນເອັສວີ ທີມຊາຍ 18 ປີ ທ້າວ ຈິມມີ້ ທ້າວ ກາຍ ແລະ ທ້າວ ຟີດອມ ຈາກສະໂມສອນເອັດວີ ທີມຍິງ 18 ປີ ນາງ ໃຫຍ່ ນາງ ນ້ອຍ ແລະ ນາງ ນໍ້າຫວານ ຈາກແຂວງຈໍາປາສັກ ທີມຊາຍທົ່ວໄປ ທ້າວ ແສງອາທິດ ສອນປະສິດ ແລະ ອານັນ ຈາກສະຖາບັນກີລາ-ກາຍະກໍາ ທີມຊາຍ 40 ປີຂຶ້ນໄປ ທ່ານ ວິລະພົງ ສຸວັນ ແລະ ທ່ານ ນາຍພົນກິ ຈາກສະໂມສອນເອັດວີ.
# ສະບາໄພ