ໂຮງຮຽນການເມືອງ ແລະ ການປົກຄອງ ນວ ຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ຈັດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫຼັກສູດໄລຍະສັ້ນ (10 ວັນ) ໃຫ້ຄະນະພັກ-ອົງການປົກຄອງບ້ານ ຊຸດທີ III ຂຶ້ນຢ່າງເປັນທາງການ ໃນວັນທີ 6 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ແລະ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ມີຄະນະພັກເມືອງ ຄະນະພັກຮາກຖານ ເລຂາໜ່ວຍພັກບ້ານ ນາຍບ້ານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ກໍເພື່ອສືບຕໍ່ບໍາລຸງ-ກໍ່ສ້າງໃຫ້ເລຂາໜ່ວຍພັກ ນາຍບ້ານ ແລະ ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງຂັ້ນບ້ານຂອງເມືອງສີໂຄດຕະບອງ ໄດ້ຮຽນຮູ້ ແລະ ກໍາໄດ້ຫຼັກມູນພື້ນຖານທິດສະດີມາກ-ເລນິນ ແນວຄິດໄກສອນ ພົມວິຫານ ຮຽນຮູ້ແນວທາງຂອງພັກ ກົດໝາຍ ບັນດານິຕິກໍາ ແລະ ນະໂຍບາຍຕ່າງໆຂອງລັດ ຕາມໂຄງການຫຼັກສູດທິດສະດີການເມືອງ ແລະ ການປົກຄອງບໍາລຸງ 10 ວັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ແລະ ໂຮງຮຽນການເມືອງ-ການປົກຄອງ ໄດ້ເພີ່ມເຕີມພາກມະຕິຂອງພັກ ແລະ ວຽກງານຈຸດສຸມຂອງນະຄອນຫຼວງຈໍານວນໜຶ່ງ ທັງເປັນການຍົກລະດັບທາງດ້ານທິດສະດີການເມືອງ ວຽກງານການປົກຄອງ ແລະ ບໍລິຫານໃຫ້ເລຂາໜ່ວຍພັກ ນາຍບ້ານ ແລະ ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງຂັ້ນບ້ານ ຂອງເມືອງສີໂຄດຕະບອງ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ ແລະ ມີຄວາມຮູ້-ຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບປະກອບສ່ວນເຂົ້າໃນການປັບປຸງການນໍາພາຂອງໜ່ວຍພັກ ການບໍລິຫານຄຸ້ມຄອງຂອງອົງການປົກຄອງບ້ານ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ມີຄວາມສາມາດນໍາເອົາແນວທາງຂອງພັກ ນະໂຍບາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ຮາກຖານບ້ານໃຫ້ມີບາດກ້າວຫັນປ່ຽນໃໝ່ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ ສາມາດສ້າງບ້ານໃຫ້ເປັນບ້ານພັດທະນາທີ່ເຂັ້ມແຂງ ແລະປະກອບສ່ວນຢ່າງຕັ້ງໜ້າ ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດທີ່ໜັກແໜ້ນ.
ການດຳເນີນການຮຽນ-ການສອນນັກສຶກສາ ຈະໄດ້ຮຽນຕາມໂຄງການຫຼັກສູດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫຼັກສູດເລຂາພັກບ້ານ-ນາຍບ້ານ ເຊິ່ງແບ່ງອອກເປັນ 4 ພາກ ປະກອບມີ 26 ບົດ ຄື:ພາກແນວທາງລວມ 4 ບົດ 14 ຊົ່ວໂມງ ພາກວຽກງານການນຳພາຂອງພັກ 7 ບົດ 25 ຊົ່ວໂມງ ແລະພາກວຽກງານປົກຄອງ ແລະ ການບໍລິຫານ 8 ບົດ 28 ຊົ່ວໂມງ ພາກມະຕິຂອງພັກ ແລະ ວຽກງານຈຸດສຸມຂອງ ນວ 7 ບົດ 25 ຊົ່ວໂມງ ແລະ ໄປທັດສະນະສຶກສາ 7 ຊົ່ວໂມງ ລວມເວລາຮຽນທັງໝົດຂອງຊຸດເຝິກອົບຮົມ 99 ຊົ່ວໂມງ.
# ຂ່າວ – ພາບ : ສີພອນ